ນັກ​ຂ່າວ ສ.​ເກົາຫຼີຈະ​ຮ່ວມການສຳພາດ​ຂ່າວ​ພິທີ​ທຳລາຍ​ຖານ​ທົດ​ລອງ​ນິວ​ເຄລຍ ສປປ ​ເກົາຫຼີ
  2018-05-24 16:24:41  cri

ຄະນະ​ນັກ​ຂ່າວ ສ.​ເກົາຫຼີທີ່​ປະກອບ​ດ້ວຍ 8 ຄົນ​ໄດ້​ເດີນທາງ​ເຖິງ​ສະຖານທີ່​ທົດ​ລອງ​ນິວ​ເຄລຍພຸງ​​ເກຣີ ສປປ ​ເກົາຫຼີ​ໃນ​ຕອນ​ທ່ຽງ​ວັນ​ທີ 24 ພຶດສະພາ​ນີ້ ​ເພື່ອ​ຮ່ວມ​ກັບ​ນັກ​ຂ່າວ​ຈາກ​ຈີນ, ຣັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ອັງກິດ ສຳພາດ​ຂ່າວ​ພິທີ​ທຳລາຍ​ສະຖານ​ທີ່​ທົດ​ລອງ​ນິວ​ເຄລຍດັ່ງກ່າວ.

ກະຊວງ​ທ້ອນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ ສ.​ເກົາຫຼີ ຢືນຢັນ​ໃນຕອນ​ເຊົ້າວັນ​ທີ 23 ພຶດສະພາ​ນີ້ວ່າ: ສປປ ​ເກົາຫຼີ​ໄດ້​ຜ່ານ​ຊ່ອງ​ທາງ​ພົວພັນ​ປານ​ມູນ​ຈອມ ຮັບຮອງ​ບັນຊີ​ລາຍ​ຊື່​ຄະນະ​ນັກ​ຂ່າວ​ຂອງ ສ.​ເກົາຫຼີທີ່​ຈະ​ໄປ​ສຳພາດ​ຂ່າວ ​​ແລະ​ຕົກ​ລົງ​ໃຫ້​ຄະນະ​ນັກ​ຂ່າວ ສ.​ເກົາຫຼີຂີ່​ຍົນ​ຂົນ​ສົ່ງ​ຂອງ​ລັດຖະບານ​ຈາກ​ນະຄອນຫຼວງ​ເຊ​ອຸນມຸ່ງ​ໜ້າສູ່​ວອນ​ຊາ ສປປ ​ເກົາຫຼີ​ໃນ​ຕອນ​ທ່ຽງ​ວັນ​ດັ່ງກ່າວ ​ແລະ​ຕອນ​ບ່າຍມື້ດຽວ​ກັນ, ຄະນະ​ນັກ​ຂ່າວ ສ.​ເກົາຫຼີ​ໄດ້​ເດີນທາງ​ເຖິງ​ວອນ​ຊາ ​ແລະ​ເຂົ້າຮ່ວມກັບ​ຄະນະ​ສຳພາດ​ຂ່າວ​ສາກົນ. ຂ່າວ​ລາຍ​ງານ​ຕື່ມ​ວ່າ ​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຍົນ​ຂົນ​ສົ່ງ​ລັດຖະບານ ສ.​ເກົາຫຼີບິນ​ໄປ​ສູ່ ສປປ ​ເກົາຫຼີ​ໂດຍ​ກົງ ຫຼັງສົງຄາມ​​ເກົາຫຼີ.