ທ່ານ ວາງ​ຢີ້ ກ່າວ​ກ່ຽວ​ກັບ​ການ​ພົ​ບ​ປະ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ ເກົາ​ຫຼີ ​ວ່າ: ຖ້າ​ຢາກ​ກຳ​ສັນ​ຕິ​ພາບ,ປັດ​ຈຸ​ບັນ​ກໍ່​ມີ​ໂອ​ກາດ
  2018-05-24 11:39:32  cri
ຕາມ​ຂ່າວCRI: ວັນ​ທີ 23 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາກ​ຊັງ​ຕິນ​ແລະ​ກັບ​ຄືນ​ປະ​ເທດ​ ແລະ​ໄດ້​​ພົບ​ປະ​ກັບ​ທ່ານ ໄມ​ຄ໌ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃນ​ເວ​ລາ​ເດີນ​ທາງ​ແວ່​ວໍ​ຊິງ​ຕັນ. ສອງ​ຝ່າຍ​ໄດ້​ຮ່ວ​ມ​ກັນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫຼັງ​ສິ້ນ​ສຸດ​ການ​ພົບ​ປະ.

ທ່ານ ວາງ​ຢີ້ ກ່າ​ວວ່າ, ຂ້າ​ພະ​ເຈົ້າ​ແລະ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄມ​ຄ໌ ພົມ​ເພວ ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັນ​ກ່ຽວ​ກັບ​ບັນ​ຫາ​​ນິວ​ເຄ​ລຍແຫຼມ​ເກົາ​ຫຼີ​ທີ່​ບັນ​ດາ​ຝ່າຍ​ສົນ​ໃຈ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ການ​ວິ​ເຄາະ​ແລະ​ຄຳ​ເຫັນ​ຂອງ​ທ່ານ​ຕໍ່​ສະ​ຖາ​ນະ​ການ. ຂ້າ​ພະ​ເຈົ້າ​ຢາກບອກ​ໃຫ້​ພວກ​ທ່ານ​ຮູ້​ວ່າ:
ທຳ​ອິດ,ຈີນ​ເດັດ​ດ່ຽວ​ສຸມ​ໃສ່​ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​​ແຫຼມ​ເກົາ​ຫຼີ, ແລະຫຼັກ​ໝັ້ນ​ດັ່ງ​ກ່າວ​ຈະ​ບໍ່​ປ່ຽນ​ແປງ​ຢ່າງ​ເດັ​ດ​ຂາດ.
ສອງ,ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ ເກົາ​ຫຼີ.
ສາມ,ຈີນ​ເດັດ​ດ່ຽວ​ປະ​ຕິ​ບັດ​ພັນ​ທະໜ້າ​ທີ່​ສາ​ກົນ​ຂອງ​ຕົນ​,ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ ສ​ປ​ປ ເກົາ​ຫຼີ ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ​ແລະ​ເຂັ້ມ​ງວດ,ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.
ທ່ານ ວາງ​ຢີ້ ກ່າວ​ເນັ້ນ​ວ່າ, ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ ເກົາ​ຫຼີ ໄດ້​ມີ​ພື້ນ​ຖານ​ທີ່​ດີ. ຖ້າ​ອາ​ເມ​ລິ​ກາ​ຢາກ​ແກ້​ໄຂ​ບັນ​ຫາ,ປັດ​ຈຸ​ບັນ​ກໍ່​ມີໂອ​ກາດ; ຖ້າ​ຢາກ​ກຳ​ສັນ​ຕິ​ພາບ,ປັດ​ຈຸ​ບັນ​ກໍ່​ມີໂອ​ກາດ; ຖ້າ​ຢາກ​ສ້າງ​ປະ​ຫວັດ​ສາດ,ປັດ​ຈຸ​ບັນ​ກໍ່​ມີ​ໂອ​ກາດ​ເຊັ່ນ​ດຽວ​ກັນ.