ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ກັກ​ຂັງ​ແກນ​ນຳຜູ້​ປະ​ທ້ວງ 14 ຄົນ
  2018-05-24 16:00:14  cri
ຕອນ​ຄ່ຳ​ວັນ​ທີ 22 ພຶດ​ສະ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ກ່າ​ວ​ວ່າ, ໄດ້​ກັກ​ຂັງ​ແກນ​ນຳ​ຜູ້​ໂຮມ​ຊຸມ​ນຸມ​ປະ​ທ້ວງ 14 ຄົນ,ພ້ອມ​ທັງ​ໄດ້​ຮ້ອງ​ຟ້ອງ​ເຂົາ​ເຈົ້າ​ ​ໃນ​ຂໍ້​ຫາປຸກ​ປັ່ນແລະ​ລະ​ເມີດ​ຄຳ​ສັ່ງ​ຫ້າມ​ການ​ໂຮມ​ຊຸມ​ນຸມ​ທີ່​ມີ​ຈຳ​ນວນ​ຄົນ​ຫຼາຍກວ່າ 5 ຄົນ​ແລະ​ໂທດ​ອື່ນໆ.

ວັນ​ທີ 22 ພຶດ​ສະ​ພາ​ນີ້​ແມ່ນ​ວັນ​ລະ​ລຶກ​ການ​ກໍ່​ລັດ​ຖະ​ປະ​ຫານ​​ຂອງກອງ​ທັບ​ໄທ​ຄົບ​ຮອບ 4 ປີ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ໄ​ທອົງ​ການ​ໜຶ່ງ​ໄດ້​ຈັດ​ການ​ໂຮມ​ຊຸມ​ນຸມ​ຢູ່​​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ຢູ່​ບາງກອກ ໂດຍ​ຮຽ​ກ​ຮ້ອງ​ໃຫ້​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ນີ້,ແລະ​ໄດ້ປະ​ກາດ​ຈະ​ແຫ່​ຂະ​ບວນ​ໄປສຳ​ນັກ​​ງານນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ເພື່ອ​ສະ​ແດງຄວາມ​ຮ້ອງ​ຂໍ. ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ໄດ້​ສົ່ງ​ຕຳ​ຫຼວດ 3.000 ຄົນ​ໄປປ້ອງ​ກັນ​ສະ​ຖານ​ທີ່​ໂຮມ​ຊຸມ​ນຸມ​ແລະ​ສະ​ຖານ​ທີ່​ອ້ອມ​ຂ້າງ​ສຳ​ນັກ​ງານນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ທັງສະ​ກັດ​ກັ້ນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດັ່ງ​ກ່າວ.