ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ລົບ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຖິງ​ຖອງ
  2018-05-24 16:51:18  cri
ວັນ​ທີ 23 ພຶດ​ສະ​ພາ​ນີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີເຣ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຕິ​ບັດ "ສົນ​ທິ​ສັນ​ຍາ​​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ",ເພື່ອ​ລົບ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຖິງ​ຖອງ,ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ,ປົກ​ປ້ອງ​ສິດ​ທິ​ມະ​ນຸດ,ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ ອັນ​ໂຕ​ນີ​ໂອ ກູ​ເ​ຕີ​ເຣ​ສ໌ ກ່າວ​ໃນ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ລະ​ດັບ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ລະ​ລຶກ​ການ​ຮັບ​ຮອງ "ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ" ຄົບ​ຮອບ 15 ປີ​ໂດຍ​ກ່າວວ່າ, ສັນ​ຍາ​ດັ່ງ​ກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ຢ່າງ​ເປັ​ນ​ເອ​ກະ​ພາບ​ຂອງ​ໂລກ,ຄື​ການ​ສໍ້​ລາດ​ບັງ​ຫຼວງ​ບໍ່​ແມ່ນ​ການ​ທົດ​ແທນ​ທີ່​ຈຳ​ເປັນ​ຫຼື​ຄວາມ​ຊົ່ວ​ທີ່​ຈຳ​ເປັນໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​,ແຕ່ແມ່ນ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ໜັກ​ໜ່ວງ. ບໍ່​ວ່າ​ປະ​ເທດ​ທີ່​ຈະ​ເລີນ​ຫຼືປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ລ້ວນ​ແຕ່ໄດ້​ຮັບ​ຜົນ​ເສຍ​ຫາຍຈາກ​ການ​ສໍ້​ລາດ​ບັ​ງ​ຫຼວງ. ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ທຳ​ລາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ທຳ​ລາຍ​ຈິດ​ໃຈ​ວິ​ສາ​ຫະ​ກິດ,ສະ​ກັດ​ກັ້ນ​ການ​ລົງ​ທຶນ.

ທ່ານ ກູ​ເ​ຕີ​ເຣ​ສ໌ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ໃຊ້​ເວ​ທີ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໂຈມ​ຕີ​ກາ​ນກະ​ທຳ​ສໍ້​ລາດ​ບັງ​ຫຼວງ,ບັນ​ລຸ​ເປົ້າ​ໝາຍ​ຮ່ວມ​ທີ່​ມີ​ການ​ເມືອງ​ທີ່​ດີ,ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​.