ວິທີປົກ​ປ້ອງ​ປະຊາຊົນ​ທີ່​ມີ​ປະສິດທິ​ຜົນ​ດີ​ທີ່​ສຸດ​ແມ່ນ​ປ້ອງກັນ ​ແລະ​ຢຸດ​ຕິການ​ປະ​ທະ​ກັນ
  2018-05-24 15:43:48  cri
ວັນ​ທີ 22 ພຶ​ດສະພາ​ນີ້, ທ່ານ​ກູ​ເຕີ​ເຣສ ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ການ​ປະ​ທະ​ກັນ​ໃນ​ທົ່ວ​ໂລກ​ໄດ້ສ້າງ​ຄວາ​ມທຸກ​ທໍລະມາໃຫ້​ແກ່​ປະຊາຊົນຢ່າງ​ຫຼວງ​ຫຼາຍ, ສະ​ນັ້ນ ວິທີປົກ​ປ້ອງ​ປະຊາຊົນ​ທີ່​ມີ​ປະສິດ​ທິຜົນດີ​ທີ່​ສຸດ​ກໍ​ແມ່ນ​ປ້ອງ​ກັນ ​ແລະຢຸດຕິ​ການ​ປະ​ທະ​ກັນ.

ທ່ານ​​ໄດ້​ກ່າວ​ຕື່ມ​ໃນ​ກ​ອງປະຊຸມອະພິປາຍ​ເປີດ​ເຜີຍ​ຂອງ​ສະພາ​ຄວາມ​ໝັ້ນຄົງກ່ຽວ​ກັບການ​ປົກ​ປ້ອງ​ປະຊາຊົນ​ແນວ​ໃດ​ໃນ​ການ​ປະ​ທະ​ກັນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພຶດສະພາ​ນີ້ວ່າ: ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ມີ​ປະຊາຊົນ​ຫຼາຍ​ກວ່າ 128 ລ້ານ​ຄົນ​​ໃນ​ທົ່ວ​ໂລກຕ້ອງ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານມະນຸດສະທຳ. ປີ​ກາຍ​ນີ້, ​ສະຖິຕິ​ຈາກ​ອົງການ​ສປຊຕໍ່ 6 ປະ​ເທດ ຄື: ອັຟ​ກາ​ນິສະຖານ, ອາຟຣິກາກາງ, ກົງໂກ, ອີຣັກ, ໂຊມາລີ ແລະເຢແມນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີປະຊາຊົນຫຼາຍວ່າ 2 ໝື່ນ 6 ພັນຄົນເສຍຊີວິດ ຫຼື ຖືກບາດເຈັບຍ້ອນການປະທະກັນ.

ທ່ານເນັ້ນວ່າ: ວິທີປົກ​ປ້ອງ​ປະຊາຊົນ​ທີ່​ມີ​ປະສິດທິຜົນ​ທີ່​ດີ​ທີ່​ສຸດ​ກໍ​ແມ່ນ​ປ້ອງ​ກັນ ​ແລະ​ຢຸດຕິ​ການ​ປະ​ທະ​ກັນ. ອົງການ​ສປຊຈະ​ກຳນົດ​ເອົາ​ການ​ປ້ອງ​ກັນການ​ປະ​ທະ​ກັນ​ເປັນ​ບູລິ​ມະ​ສິດ ​ແລະ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​​ໃນ​ທົ່ວ​ໂລກ​ກຳນົດ​​ນະ​ໂຍບາຍ​ທີ່​ກ່ຽວ​ຂ້ອງ ​ເພື່ອ​ປົກ​ປ້ອງປະຊາຊົນ​ໃນ​​ເຫດການ​ປະ​ທະ​ກັນ.