ອາ​ເມ​ລິ​ກາ​ປະ​ກາດ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ເວ​ເນ​ຊູ​ເອ​ລາ 2 ຄົນ
  2018-05-24 16:26:43  cri
    ວັນ​ທີ 23 ພຶດ​ສະ​ພາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວວ່າ, ເພື່ອ​ເປັນ​ການ​ຕອບ​​​ໂຕ້ຕໍ່​ເວ​ເນ​ຊູ​ເອ​ລາ​ທີ່​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ປະ​ເທດ​ຕົນ 2 ຄົນ​ເມື່ອ​ກ່ອນ​ໜ້ານີ້​ບໍ່​ດົນ, ປະ​ເທດ​ຕົນ​ປະ​ກາດ​ວ່າ ເຈົ້າ​ໜ້າ​ທີ່​ການ​ທູດ​ເວ​ເນ​ຊູ​ເອ​ລາ 2 ຄົນ​ເປັນ "ຄົນ​ທີ່​ບໍ່​ຖືກ​ຍອມ​ຮັບ" ແລະ​ຮຽກ​ຮ້ອງ​ໃຫ້​ 2 ຄົນ​ນີ້​ອອກ​ຈາກ​ອາ​ເມ​ລິ​ກາ​ພາຍ​ໃນ 48 ຊົ່ວ​ໂມງ.

    ທ່ານ ​ຮັດ​ເທີ ໂນ​ເອີດ​ທ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫຼງ​ໃນ​ຕອນ​ຄ່ຳ​ມື້​ດັ່ງ​ກ່າວ​ວ່າ, ເພື່ອ​​ເປັນ​ການ​​ຕອບ​ໂຕ້ຕໍ່​ການ​ກະ​ທຳ​ທາງ​ການ​ທູດ​ທີ່​ບໍ່​ທ່ຽງ​ທຳ​ຂອງ​ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ​ທີ່​ນຳ​ໂດຍ​ທ່ານ ມາ​ດູ​ໂຣ, ປະ​ເທດ​ຕົນ​ໄດ້​ປະ​ກາດ​ວ່າ, ອຸ​ປະ​ທູດ​ຂອງ​ສ​ະ​ຖານ​ທູດ​ເວ​ເນ​ຊູ​ເອ​ລາ​ປະ​ຈຳ​ອາ​ເມ​ລິ​ກາ ແລະ ຮອງ​ກົງ​ສຸນ​ໃຫຍ່​ຂອງ​ສະ​ຖາ​ກົງ​ສຸນ​ໃຫຍ່​ເວ​ເນ​ຊູ​ເອ​ລາ​ປະ​ຈຳ​ຮິວ​ສ໌​ຕັນ ເປັນ "ຄົນ​ທີ່​ບໍ່​ຖືກຍອມຮັບ" ແລະ​ສັ່ງ​ໃຫ້​ອອກ​ຈາກປະ​ເທດ​ຕົນ​ໃນ​ເວ​ລາ​ຈຳ​ກັດ. ທ່ານ​ຖະ​ແຫຼງ​ຕື່ມ​ວ່າ, ເຈົ້າ​ໜ້າ​ທີ່​ການ​ທູ​ດ​ອາ​ເມ​ລິ​ກາ​ທີ່​ຖືກ​ເວ​ເນ​ຊູ​ເອ​ລາ​ຂັບ​ໄລ່​ນັ້ນ ເປັນ​ຄົນທີ່​ປະ​ຕິ​ບັດ​ຕາມ​ລະ​ບຽບ ແລະ​ບໍ່​ມີ​ການ​ກະ​ທຳ​ທີ່​ບໍ່​ເໝາະ​ສົມ.

    ສາຍ​ພົວ​ພັນ​ລະ​ຫວ່າງ​ເວ​ເນ​ຊູ​ເອ​ລາ​ກັບ​ອາ​ເມ​ລິ​ກາ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ເຄັ່ງ​ຕຶງ​ນັບ​ແຕ່​ທ່ານ ຊາ​ເວັ​ສ ຂຶ້ນ​​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ​ເມື່ອ​ປີ 1999 ເປັນ​ຕົ້ນ​ມາ ແລະ​ສອງ​ປະ​ເທດ​ກໍ​ບໍ່​ໄດ້​ແຕ່ງ​​ຕັ້ງເອກ​ອັກ​ຄະ​ລັດ​ຖະ​ທູດ​ໃຫ້​ແກ່​ກັນ​ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ປີ 2010 ເປັນ​ຕົ້ນ​ມາ.