ລະ​ບຽບ​ການ​ປ້ອງ​ກັນ​ຂໍ້​ມູນ​ທີ່​ເຂັ້ມ​ງວດ​ທີ່​ສຸດ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ເກີດ​ຜົນ​ບັງ​ຄັບ​ໃຊ້​
  2018-05-25 14:18:26  cri
ລະ​ບຽບ​ການ​ປ້ອງ​ກັນ​ຂໍ້​ມູນ​ທົ່ວ​ໄປ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ຈະ​ເລີ່ມ​ເກີດ​ຜົນ​ບັງ​ຕັບ​ໃຊ້ຢູ່​ໃນ​ທັງ​ໝົດ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບເລີ່ມ​ແຕ່​ວັນ​ທີ 25 ພຶດ​ສະ​ພານີ້​ເປັນ​ຕົ້ນ​ໄປ ເຊິ່ງ​ຖື​ວ່າ​ເປັນ​ລະ​ບຽບ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ທາງ​ເຄືອ​ຂ່າຍ​ທີ່​ເຂັ້ມ​ງວດ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ພາບ​ເອີ​ລົບ.

ລະ​ບຽບ​ດັ່ງ​ກ່າວ​ໄດ້​ເພີ່ມ​ທະ​ວີ​ສິດ​ສ່ວນ​ຕົວ​ທາງ​ດ້ານ​ຂໍ້​ມູນ​ຂອງ​ລູກ​ຄ້າ​ຜູ້​ໃຊ້​ເຄືອ​ຂ່າຍ​ທັງ​ໝົດ​ຂອງ​ສະ​ຫະ​ພາບ​ເອີ​ລົບ, ໂດຍ​ເພີ່ມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງວິ​ສາ​ຫະ​ກິດ​ໃນ​ດ້ານ​ການ​ປົກ​ປ້ອງ​ຂໍ້​ມູນ, ແລະ​ໄດ້​ບູ​ລະ​ນະ​ລະ​ບຽບ​ການ​ຕິດ​ຕາມກວດ​ກາ​ທີ​ກ່ຽວ​ຂ້ອງ​ໃຫ້​ສົມ​ບຸນ​ຂຶ້ນ​ຕື່ມຢ່າງ​ເດັ່ນ​ຊັດ ເຊິ່ງ​ລະ​ບຽບ​ການ​ດັ່ງ​ກ່າວ​ຈະ​ບໍ່​ພຽງ​ແຕ່​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວິ​ສາ​ຫະ​ກິດ​ທີ່​ຂອງ​ເອີ​ລົບທໍ່​ນັ້ນ, ສຳ​ລັບ​ວິ​ສ​ຫາ​ກິດ​ທີ່​ຕັ້ງ​ຢູ່ນອກ​ສະ​ຫະ​ພາບ​ເອີ​ລົບ, ບໍ່​ວ່າ​ວິ​ສາ​ຫະ​ກິດ​ທີ່​ກ໋ຽວ​ຂ້ອງ​ຈະ​ຕັ້ງ​ອົງ​ການ​ສາ​ຂາ​ຢູ່​ສະ​ຫະ​ພ​າບ​ເອີ​ລົບ​ຫຼື​ບໍ່, ຂໍ​ແຕ່​ວ່າ​ໄດ້​ສຳ​ສົມ, ຊຳ​ລະ ແລກ​ປ່ຍນ​ຂໍ້​ມູນ​ຂອງ​ສ່ວນ​ບຸກ​ຄົນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ແລ້ວ, ກໍ່​ຈະ​ຖືກ​ຈັດ​ເຂົ້າ​ຂອບ​ເຂດ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ລະ​ບຽບ​ການ​ດັ່ງ​ກ່າວ.

ກ່ຽວ​ກັບ​ກໍລະ​ນີ​ທີ່​ລະ​ເມີດ​ລະ​ບຽບ​ການນີ້ ກໍ່​ມີ​ຂໍ້​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ. ໂດຍ​ລວມ​ແລ້ວ, ວິ​ສາ​ຫະ​ກິດ​ທີ່​ລະ​ເມີດ​ລະ​ບຽບ​ການ​ຈະ​ຖືກ​ປັບ​ໄໝ​ເປັນ​ມູນ​ຄ່າ 20 ລ້ານ​ເອີ​ໂຣ​ຫຼື 4% ຂອງຍອດ​ມູນ​ຄ່າ​ທຸ​ລະ​ກິດ​ໃນ​ທົ່ວ​ໂລກ (ຈະ​ອີງ​ຕາມ​ຕົວ​ເລກ​ທີ່​ສູງກວ່າ​ນັ້ນ).