ມາ​ເລ​ເຊຍຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຈີນ
  2018-05-25 16:44:09  cri

ທ່ານ ດາ​ຕຸກ ​ເຊຣີ ມາ​ຮາ​ເທຍ ບິນ ​ໂມ​ຮາ​ເມັດ ນາຍົກລັດຖະມົນຕີມາ​ເລ​ເຊຍ ກ່າວ​ໃນ​ວັນ​ທີ 24 ພຶດສະພາ​ນີ້​ວ່າ: ລັດຖະບານມາ​ເລ​ເຊຍ​ຈະສືບ​ຕໍ່​ສຸມ​ໃສ່​​ເພີ່ມ​ທະວີການ​ຮ່ວມ​ມື​ກັບ​ຈີນ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ກ້າວ​ໄປ​ໜ້າ.

ທ່ານ​ມາ​ຮາ​ເທຍ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງທ່ານ​ປາຍ​ທ່ຽນ ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ ​ໃນ​ວັນ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ: ຈີນ​ແມ່ນ​ເພື່ອນ​ມິດທີ່​ສະໜິດສະໜົມ ​ແລະ​ຄູ່​ຮ່ວມ​ທີ່​ສຳຄັນ​ຂອງ​ມາ​ເລ​ເຊຍ​ມາ​ໂດຍ​ຕະຫຼອດ ລັດຖະບານ​ຊຸດ​ໃໝ່​ຂອງ​ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ສຸມ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ຢ່າງຮອບດ້ານ ​ເຊັ່ນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ ​ແລະ​ອື່ນໆ. ​ໃນ​ຊຸມ​ປີຜ່ານມາ, ​ເສດຖະກິດ​ຈີນ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເຊັ່ນ ທາງ​ລົດ​ໄຟ ​ໄດ້​ຮັບ​ໝາກຜົນ​ຢ່າງ​ພົ້ນ​ເດັ່ນ, ລະດັບ​ວິທະຍາສາດ-​ເຕັກນິກ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ກະ​ສິກຳ ກໍ​ມີ​ຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ​ເຊັ່ນ​ກັນ ​ແລະ ບົດຮຽນ​ການ​ພັດທະນາ ​ແລະ​ວິທະຍາສາດ-​ເຕັກນິກ​ຂອງ​ຈີນ​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຮ່ຳຮຽນ​ແລະ​ຖອດ​ຖອນ​ສຳລັບ​ມາ​ເລ​ເຊຍ​ ຈາກ​ນີ້​ຈຶ່ງ​ເຫັນ​ໄດ້​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຈະ​ມີ​ການ​ພັດທະນາ​ຢ່າງ​ໃຫຍ່​ໃນ​ອະນາຄົດ. ມາ​ເລ​ເຊຍ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ມາ​ລົງທຶນ​ສ້າງ​ທຸລະ​ກິດ​ຢູ່​ປະ​ເທດ​ຕົນ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສືບ​ຕໍ່​ພັດທະນາ​ກ້າວ​ໄປ​ໜ້າ.

ທ່ານ​ປາຍ​ທ່ຽນ ກ່າວ​ວ່າ: ຈີນ​ຊົມ​ເຊີຍ​ຕໍ່​ທ່ານ​ມາ​ຮາ​ເທຍ ທີ່​ຫາ​ກໍ​ຂຶ້ນດຳລົງ​ຕຳ​ແໜ່​ງ ນາຍົກລັດຖະມົນຕີ​ແລ້ວກໍ​ເປີດ​ເຜີຍ​ທ່າ​ທີ​ຂອງ​ຕົນ​ທີ່​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ແລະ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ມາ​ເລ​ເຊຍ ຈີນ​ຖື​ເອົາ​ມາ​ເລ​ເຊຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃນ​ການ​ຮ່ວມ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ​ຍິນ​ດີຮ່ວມ​ກັບ​ມາ​ເລ​ເຊຍ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ແລະ ຮ່ວມ​ກັນ​ສຸມ​ໃສ່​ການ​ພັດທະນາ-ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ ​ແລະ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ອາຊີ.