ທ່ານ​ສີ​ຈິ້ນ​ຜິ​ງ ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະຊຸມ​ປະທານ​ສານສູງ​ສຸດ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮຄັ້ງທີ 13
  2018-05-25 16:47:04  cri

ກອງ​ປະຊຸມ​ປະທານ​ສານ​​ສູງ​ສຸດ​ປະ​ເທດ​ສະມາ​ຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງທີ 13 ​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 25 ພຶດສະພາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​​ກອງ​ປະຊຸມດັ່ງກ່າວ.

ທ່ານ​ສີ​ຈິ້ນ​ຜິ​ງ ​ເນັ້ນວ່າ: ປັດຈຸບັນ, ຈີນ​ພວມ​ສ້າງລະບົບ​ການ​ປົກຄອງ​ດ້ວຍ​ກົດໝາຍ​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຊຸກຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ, ຍຶດໝັ້ນການ​ຊຸກຍູ້​ການ​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ, ການ​ກຳ​ອຳນາດ​ຕາມ​ກົດໝາຍ ​ແລະ​ການ​ບໍລິຫານ​ລັດ​ດ້ວຍ​ກົດໝາຍ​ໄປ​ຄວບ​ຄູ່​ກັນ ຍຶດໝັ້ນການ​ສ້າງ​ການ​ເຊື່ອມ​ໂຍງປະ​ເທດ​ແຫ່ງ​ກົດໝາຍ, ລັດ​ແຫ່ງ​ກົດໝາຍ ​ແລະ ສັງຄົມ​ແຫ່ງ​ກົດໝາຍ ຊຸກຍູ້​ການ​ສ້າງ​ກົດໝາຍ​ຢ່າງ​ມີ​ວິທະຍາສາດ, ການ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມງວດ, ຕຸລາການ​ມີ​ຄວາມທ່ຽງ​ທຳ ​ແລະ​ທົ່ວ​ປວງ​ຊົນຕ້ອງ​ເຄົາລົບ​ກົດໝາຍຢ່າງຮອບດ້ານ ສ້າງ​ສະພາບ​ແວດ​ລ້ອມ​ທຸລະ​ກິດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ, ​ເປັນ​ແບບ​ສາກົນ ​ແລະ ມີ​ຄວາມ​ສະດວກ ສ້າງ​ປະ​ເທດ​ແຫ່ງ​ກົດໝາຍ​ສັງຄົມ​ນິຍົມ. ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ລົ​ງ​ເລິກ​ການ​ຮ່ວມ​ມື​ດ້ານ​ຕຸລາການ​ໃນ​ຂອບ​ອົງການ​ຮ່ວມ​ມື​ຊຽງ​ໄຮ, ປາບ​ປາມ​ອາຊະ​ຍາ​ກຳ​ຕ່າງໆ​ ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຕ່າງໆຢ່າງ​ມີ​ປະສິດທິ​ຜົນກວ່າ​ເກົ່າ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ປົກຄອງ​ດ້ວຍ​ກົດໝາຍທີ່​ດີງາມ​ໃຫ້​ແກ່​ການ​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວໜຶ່ງ​ເສັ້ນທາງ" ​ແລະ​ຊຸກຍູ້​ການ​ພັດທະນາ​ພາກ​ພື້ນ​ອົງການ​ຕົນ.