ສປປ ​ເກົາຫຼີຕອບ​ຮັບ​ຕໍ່​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ຍົກ​ເລີກ​ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ສອງ​ປະ​ເທດ
  2018-05-25 16:50:19  cri

ວັນ​ທີ 25 ພຶ​ດສະພາ​ນີ້, ສປປ ​ເກົາຫຼີ​ໄດ້​ຕອບ​ຮັບຕໍ່​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ປະກາດ​ຍົກ​ເລີກ​ການ​ພົບ​ປະ​ກັບ​ທ່ານ​ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ ​ໂດຍ​ກ່າວ​ວ່າ: ການ​ຕົກລົງ​ຂອງ​ອາ​ເມ​ລິ​ກາ​ບໍ່​ສອດຄ່ອງ​ກັບ​ຄວາມ​ປາຖະໜາ​ຂອງ​ປະຊາ​ຄົມ​ໂລກ​ທີ່​ຫວັງ​ໃຫ້​ແຫຼມ​ເກົາຫຼີ ​ກໍ​ຄື​ທົ່ວ​ໂລກ​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ ​ແຕ່ ສປປ ​ເກົາຫຼີຍິນ​ດີຮ່ວມ​ກັບ​ອາ​ເມ​ລິ​ກາ​ນັ່ງ​ລົງ​ເຈລະຈາ​ກັນຢູ່​ທຸກ​ເວລາ​ແລະ​ດ້ວຍຮູບ​ແບບ​ຕ່າງໆ ​​ເພື່ອ​ແກ້​ໄຂ​ບັນຫາ​.

ທ່ານກິມເກກວານ ຮອງ​ລັດຖ​ະມົນຕີ​ຜູ້​ທີ​ໜຶ່ງ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ​ໄດ້​ຕຳນິ​ໂຕ້​ຕອບ​ຖ້ອຍ​ຄວາມ​ຂອງ​ທ່ານ​ໂດ​ນັນ ທຣຳ ທີ່​ວ່າ ສປປ ​ເກົາຫຼີ​ "ໂມ​ໂຫທີ່​ສຸດ​ແລະ​ປໍ​ລະ​ປັກ​ຢ່າງ​ເປີດ​ແປນ​" ກັບ​ອາ​ເມ​ລິ​ກາ ທີ່​ກ່າວ​ໃນ​ຈົດໝາຍ​ເຖິງທ່ານ​ກິມ​ເຈິ​ງອຸນ ​ໂດຍ​ກ່າວ​ວ່າ: ສະພາບການ​ໃນ​ປັດຈຸບັນ​ໄດ້​ພິສູດ​ວ່າ ສອງ​ຝ່າຍ​ຕ້ອງ​ໃຫ້ມີການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ໂດຍ​ດ່ວນ ​ເພື່ອ​​ຊຸກຍູ້​ການປັບປຸງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ. ​ແນວ​ໃດ​ກໍຕາມ, ສປປ ​ເກົາຫຼີກໍ​ຕີ​ລາຄາ​ສູງ​ຕໍ່​ທ່ານ​ໂດ​ນັນ ທຣຳ ທີ່​ໄດ້​​ຕົກລົງ​​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາ​ເມ​ລິ​ກາ- ສປປ ​ເກົາຫຼີ ​ແລະ​ພະຍາຍາມ​ຕາມ​ມາ ​ເຊິ່ງປະທານາທິບໍດີ​ອາ​ເມ​ລິ​ກາ​ທຸກ​ຊຸດ​ຜ່ານ​ມາ​ກໍ​ບໍ່​ໄດ້​ກະທຳ​ຄື​ແນວ​ນີ້ ​ແຕ່​ດຽວ​ນີ້ ອາ​ເມ​ລິ​ກາ​ພັດ​ປະກາດ​ຍົກ​ເລີກ​ການ​ພົບ​ປະ​ແຕ່​ຝ່າຍ​ດຽວ​ຢ່າງ​ກະທັນຫັນ ​ເຮັດ​ໃຫ້ ສປປ ​ເກົາຫຼີຮູ້ສຶກ​ແປກ​ປະຫຼາດ ​ແລະ​ເສຍດາຍ. ທ່ານ​ກິມ​ເກ​ກວານ ກ່າວ​ຕື່ມ​ວ່າ: ​ເປົ້າໝາຍ ​ແລະ​ມານະ​ຈິດ​ຂອງ ສປປ ​ເ​ກົາຫຼີ ທີ່​ພະຍາຍາມ​ທຸກ​ຢ່າງ​ເພື່ອ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຂອງແຫຼມ​ເກົາຫຼີ ກໍ​ຄື​ຂອງໂລກ ຈະ​ເດັດດ່ຽວ​ບໍ່​ປ່ຽນ​ແປງ ​ແລະ​ຍິນ​ດີ​ໃຫ້​ອາ​ເມ​ລິ​ກາ​ມີ​ເວລາ​ແລະ​ໂອກາດ ດ້ວຍ​ທ່າ​ທີ​ທີ່​ເປີດ​ກວ້າງ.