ນາ​ຍົກ​ຈີນ-ເຢຍ​ລະ​ມັນ​ພົບ​ປະ​ກັບ​ນັກ​ຂ່າວ
  2018-05-25 16:19:34  cri
    ຕອນ​ເຊົ້າ​ວັນ​ທີ 24 ພຶດ​ສະ​ພານີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາງ ແອງ​ເຈີ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ. ຫຼັງ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ ໂດຍ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ພົບ​ປະ​ເຈ​ລະ​ຈາ, ສອງ​ຝ່າຍ​ເຫັນ​ດີ​ແລະ​ປຶກ​ສາ​ຕົກ​ລົງ​ວ່າ, ຈະ​ສືບ​ຕໍ່​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ແລະ​ການ​ປຶກ​ສາ​ຫາ​ລື​ແບບ​ກົນ​ໄກ, ເປີດກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ຫັນ​ໜ້າ​ໄປ​ສູ່​ອະ​ນາ​ຄົດ, ເປີດ​ປະ​ຕູ​ເຊິ່ງ​ກັນ​ລະ​ກັນ​ໃຫ້​ກວ້າງ​ອອກ ແລະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ເຢຍ​ລະ​ມັນ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ໃໝ່.

     ໃນ​ເວ​ລາ​ຕອບຄຳ​ຖາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຈີນ-ປະ​ເທດ​ເອີ​ຣົບ​ກາງ​ເອີ​ຣົບ​ຕາ​ເວັນ​ອອກ ຫຼື 16+1, ທ່ານ ຫຼີ​ເຄີ້​ສ​ຽງ ກ່າວ​ວ່າ, ການ​ຮ່ວມ​ມື 16+1 ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ຈີນ​ແລະ​ປະ​ເທດເອີ​ຣົບ​ກາງ​ເອີ​ຣົບ​ຕາ​ເວັນ​ອອກ, ຫຼຸດ​ຜ່ອນ​ຄວາມ​ຜິດ​ໂຕນ​ກັນ​ພາຍ​ໃນ​ສະ​ຫະ​ພາບ​ເອີ​ຣົບ, ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ກ້ຳ​ເກິ່ງ​ກັນ​ແລະ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເອີ​ຣົບ. ຍາມ​ໃດ ຈີນ​ກໍ​ສະ​ໜັບ​ສະ​ໜູນ​ເອີ​ຣົບ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ເອ​ກະ​ພົບ​ດຽວ​ຢ່າງ​ເດັດ​ດ່ຽວ.

    ທ່ານນາງ ເມີ​ແຄວ ກ່າວ​ວ່າ, ການ​ຮ່ວມ​ມື 16+1 ແມ່ນ​ເວ​ທີ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ການ​ຊຸກ​ຍູ້​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ເອີ​ລົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ, ເຊິ່ງ​ປະ​ເທດ​ເຫຼົ່າ​ນີ້​ແລະ​ຈີນ​ຕ່າ​ງ​ກໍ​ມີ​ທ່າ​ແຮງ​ທີ່​ສາ​ມາດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໄດ້, ການດຳ​ເນີນ​ການ​ຮ່ວມ​ມືເປັນ​ການ​ເພີ່ມ​ຕື່ມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ສາ​ພາຍ​ໃນ​ສະ​ຫະ​ພາບ​ເອີ​ຣົບ, ຫາກ​ບໍ່​ແມ່ນ​ການ​ແບ່ງ​ແຍກ​ສະ​ຫະ​ພາບ​ເອີ​ຣົບ. ປະ​ເທດ​ສ່ວນຫຼາຍ​ໃນການ​ຮ່ວມ​ມື 16+1 ແມ່ນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ, ເຢຍ​ລະ​ມັນ​ເຫັນ​ດີ​ໃຫ້​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂໍ້​ກຳ​ນົດ​ຂອງ​ສະ​ຫະ​ພາ​ບ​ເອີ​ຣົບ ແລະ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.