ສ​ປ​ປ ເກົາຫຼີຢຸດ​ຕິ​ນຳ​ໃຊ້ສະ​ໜາມ​ທົດ​ລອງ​ນິວ​ເຄ​ລຍ​ພູງ​ກີ​ຣີ
  2018-05-25 16:23:51  cri
    ວັນ​ທີ 24 ພຶດ​ສະ​ພານີ້, ສ​ປ​ປ ເກົາຫຼີ ໄດ້​ດຳ​ເນີນ​ການ​ລະ​ເບີດ​ຂຸມ​ທາງຫຼາຍ​ເສັ້ນ​ໃນ​ສະ​ໜາມ​ທົດ​ລອງ​ນິວ​ເຄ​ລ​ຍ​ພູງ​ກີ​ຣີ​ທີ່​ຕັ້ງ​ຢູ່​ເມືອງ​ກິ​ຈູ ທາງ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ປະ​ເທດ​ຕົນ, ທັງ​ໄດ້​ມ້າງ​ສິ່ງກໍ່​ສ້າງ​ທີ່​ກ່ຽວ​ຂ້ອງ ແລະ​ປະ​ກາດ​ເປັນ​ທາງ​ການ​ວ່າ, ​ໄດ້​ຢຸດ​ຕິ​ນຳ​ໃຊ້​ສະ​ໜາມ​ທົດ​ລອງ​ນິວ​ເຄ​ລຍ​​ແຫ່ງນີ້​ແລ້ວ.

    ມື້​ດັ່ງ​ກ່າວ, ສ​ປ​ປ ເກົາຫຼີ ໄດ້​ລະ​ເບີດ​​ທາງ​ຂຸມ​ເບີ 2 ຖິ້ມທີ່​ເຄີຍ​ທົດ​ລອງ​ນິວ​ເຄ​ລຍ 5 ເທື່ອ​ນັບ​ແຕ່​ປີ 2009-2017 ພ້ອມ​ດ້ວຍ​ທາງ​ຂຸມ​ທີ່​ສາ​ມາດ​ທົດ​ລອງ​ນິວ​ເຄ​ລຍ​ໄດ້​ອີກ 2 ສາຍ, ທັງ​ໄດ້​ລະ​ເບີດ ​​ສິ່ງກໍ່​ສ້າງ​ທີ່ກ່ຽວ​ຂ້ອງ 10 ກວ່າ​ແຫ່ງ​ຖິ້ມ ເຊັ່ນ: ຫ້ອງວັດ​ແທກ, ຄ້າຍ​ທະ​ຫານ​ປ້ອງ​ກັນ​ແລະ​ອື່ນໆ, ​ພ້ອມ​ທັງປະ​ກາດ​ວ່າ, ການ​ເຄື່ອນ​ໄຫວ​ລະ​ເບີດ​ ​ແລະ​ມ້າງ​​ສິ່ງ​ທີ່​ກ່ຽວ​ຂ້ອງ​ຖິ້ມໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.

    ຄະ​ນະ​ນັກ​ຂ່າວ​ສ​າ​ກົນ​ທີ່​ປະ​ກອບ​ດ້ວຍ​ສື່ມວນ​ຊົນ 10 ແຫ່ງ​ຈາກ​ຈີນ, ຣັດ​ເຊຍ, ອາ​ເມ​ລິ​ກາ, ອັງ​ກິດ ແລະ ສ.ເກົາຫຼີ ໄດ້​ດຳ​ເນີນ​ການ​ສຳ​ພາດ​ຂ່າວ​ຕໍ່​ເລື່ອງນີ້​ຢູ່​ກັບ​ບ່ອນ.