ທະ​ນາ​ຄານ​ໂລ​ກ​ສະ​ໜອງ​ເງິນ 25 ລ້ານ​ໂດ​ລາ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຂອ​ງ​ລາວ
  2018-05-25 16:26:15  cri
    ໜັງ​ສື​ພິມ​ວຽງ​ຈັນ​ແທມ​ສ໌ ສະ​ບັບ​ວັນ​ທີ 21 ພຶດ​ສະ​ພານີ້​ລາຍ​ງານ​ວ່າ, ຫວ່າງມໍ່ໆ​ມານີ້, ທະ​ນາ​ຄານ​ໂລກ​ແລະ​ກະ​ຊວງ​ການ​ເງິນ​ລາວ ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ. ຕາມ​ສັນ​ຍາ​ດັ່ງ​ກ່າວ, ທະ​ນາ​ຄານ​ໂລກ​ຈະ​ສະ​ໜອງ​ເງິນ 25 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ສະ​ໜັບ​ສະ​ໜູນ​ຊາວ​ກະ​ສິ​ກອນ 28.000 ຄົນ​ໃນ 224 ບ້ານ​ໃນ​ການ​ຍົກ​ຜົນ​ຜະ​ລິດ​ແລະ​ຄຸ​ນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃຫ້​ສູງ​ຂຶ້ນ ແລະ​ສ້າງ​ລາຍ​ຮັບ​ສູງກວ່າ​ເກົ່າໃຫ້​ແກ່ຊາວ​ກະ​ສິ​ກອນ​.