ທ່ານ​ສີ​ຈິ້ນ​ຜິ​ງ ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ງານ​ວາງສະ​ແດງ​ອຸດສາຫະກຳ​ຖານ​ຂໍ້​ມູນ​​ໃຫຍ່​ສາກົນ​ຈີນ 2018
  2018-05-26 15:40:38  cri

ງານ​ວາງສະ​ແດງ​ອຸດສາຫະກຳ​ຖານ​ຂໍ້​ມູນ​ໃຫຍ່​ສາກົນ​ຈີນ 2018 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ກຸ້ຍ​ຢາງ ​ເທດສະບານ​ແຂວງ​ກຸ້ຍ​ໂຈ່​ວ ​ໃນ​ວັນ​ທີ 26 ພຶດສະພາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ສົ່ງ​ສານ​ຊົມ​ເຊີ​ຍ​ເຖິງ​ກອງ​ປະຊຸມ​ດັ່ງກ່າວ.

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ວ່າ: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​​ໃນ​ຍຸກໃໝ່ ​ເຊິ່ງມີ​ອິນ​ເຕີ​ເນັດ, ຖານ​ຂໍ້​ມູນ​ໃຫຍ່(Big Dada) ​ແລະ ສະ​ໝອງ​ກົນ​ອັດ​ສະ​ລິ​ຍະ(AI) ​ເປັນ​ຕົວ​ແທນ​ໄດ້​​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ​ມີ​ບົດບາດ​ອັນ​ໃຫຍ່ຫຼວງ ​ແລະ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ປົກຄອງ​ປະ​ເທດ, ການ​ຄຸ້ມ​ຄອງ​ສັງຄົມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ ການ​ທີ່​ກຳ​ແໜ້ນ​ໂອກາດ​ສຳຄັນ​ແຫ່ງ​ການ​ພັດທະນາ​ຖານ​ຂໍ້​ມູນ​ໃຫຍ່, ຊຸກຍູ້​ອຸດສາຫະກຳ​ຖານ​ຂໍ້​ມູນ​ໃຫຍ່​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ ທີ່​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ຕ່າງໆ ​ແລະ​ການ​ຄຸ້ມ​ຄອງ​ພື້ນ​ທີ່​ອິນ​ເຕີ​ເນັດ ເປັນຕົ້ນ ຕ້ອງການ​​ໃຫ້ປະ​ເທດ​ຕ່າງໆ​ເພີ່ມ​ທະວີ​ການ​ແລກປ່ຽນ-ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ ​ແລະ ລົງ​ເລິກ​ການ​ຮ່ວມ​ມື​ກັນ.

ທ່ານ​ສີ​ຈິ້ນ​ຜິ​ງ ​ເນັ້ນຕື່ມ​ວ່າ: ຈີນ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພັດທະນາ​ຖານ​ຂໍ້​ມູນ​ໃຫຍ່ ພວກ​ຂ້າພະ​ເຈົ້າຍຶດຖື​ທັດສະນະ​ການ​ພັດທະນາ​ແບບ​ປະດິດ​ສ້າງ​ໃໝ່, ປະສານ​ງານ, ສີຂຽວ, ​ເປີດ​ກວ້າງ ​ແລະ ຊົມ​ໃຊ້​ຮ່ວມ​ກັນ ປະຕິບັດ​ຍຸດ​ທະ​ສາດ​ຖານ​ຂໍ້​ມູນ​ໃຫຍ່​ແຫ່ງ​ຊາດ​ຢ່າງຮອບດ້ານ ​ແລະ ຊຸກຍູ້​ໃຫ້​ເສດຖະກິດ​ຈີນ​ຫັນປ່ຽນ​ຈາກ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ມາ​ເປັນ​ການ​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ ​ໂດຍ​ປິ່ນ​ອ້ອມ​ການ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ, ການ​ພັດທະນາ​ດີ​ຈີ​ຕອນ ​ແລະ​ສັງຄົມ​ສະມາດ. ຫວັງ​ວ່າບັນດາ​ຜູ້​ແທນ ​ແລະ​ແຂກຮັບ​ເຊີນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຈົ່ງ​ປິ່ນ​ອ້ອມ​ຫົວ​ຂໍ້​ກອງ​ປະຊຸມ​ທີ່​ວ່າ "ຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ຂໍ້​ມູນ ​ເຊື່ອມ​ໂຍງ​ໂດຍ​ປັນຍາ​ປະດິດ" ​ເພື່ອ​ແລກປ່ຽນ​ກັນ​ຢ່າງ​ເລິ​ກ​ເຊິ່ງ, ຮວບຮວມ​ແນວ​ຄິດ​ແລະສະຕິ​ປັນຍາທັງ​ປວງ, ຮັບ​ເອົາ​ຄວາມ​ຄິດ​ເຫັນ​ທີ່​ດີ ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ການ​ປະດິດ​ສ້າງ​ແລະ​ພັດທະນາ​ອຸດສາຫະກຳ​ຖານ​ຂໍ້​ມູນ​ໃຫຍ່ ຮ່ວມ​ກັນ​ສ້າງ​ຊີວິດ​​ແບບ​ສະມາດ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ ​ແລະ ຮ່ວມ​ກັນ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ມວນ​ມະນຸດ.