ທ່ານ​ໂດ​ນັນ ທ​ຣຳ​ຄອງ​ຄອຍ​ການ​ພົບ​ປະ​ລະ​ຫວ່າງຜູ້​ນຳອາ​ເມ​ລິ​ກາ​ກັບ ສ​ປ​ປ ເກົາ​ຫຼີ ຈະ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ
  2018-05-27 14:58:24  cri
ວັນ​ທີ 26 ພຶດ​ສະ​ພາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ທ່ານ​ຄອງ​ຄອຍ​ການ​ພົບ​ປະ​ລະ​ຫວ່າງ​ທ່ານກັບ ​ທ່ານ​ກິມ​ເຈິງ​ອູນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ ຈະ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ.

​ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ ທ​ຣຳ ກ່າວ​ຕໍ່​ນັກ​ຂ່າວຢູ່​ທຳ​ນຽບ​ຂາວ​ວ່າ, ປັດ​ຈຸ​ບັນ, ການ​ກະ​ກຽມ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຜູ້​ນຳ​ອາ​ເມ​ລິ​ກາ​ກັບ ສ​ປ​ປ ເກົາ​ຫຼີ ​ໄດ້ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ຫຼາຍ. ອາ​ເມ​ລິ​ກາ​ຫວັງ​ວ່າ ການ​ພົວ​ປະ​ສາ​ມາດ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປໃນ​ວັນ​ທີ 12 ມິດ​ຖຸ​ນາ​​ໜ້າ​ນີ້, ເລື່ອງ​ນີ້​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ.

ມື້​ດຽວ​ກັນ, ທຳ​ນຽບ​ຂາວ​ອອກ​ຖະ​ແຫຼງ​ການ​ວ່າ, ທີມ​ງານ​ທຳ​ນຽບ​ຂາວ​ເພື່ອ​ທຳ​ການ​ກະ​ກຽມ​ເພື່ອ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ ກັບ ສ​ປ​ປ ເກົາ​ຫຼີ ຈະ​ເດີນ​ທາງ​ໄປ​ສິງ​ກະ​ໂປ​ຕາມ​ແຜນ​ເດີມ.

ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ທ​ຣຳ ໄດ້​ສົ່ງ​ຈົດ​ໝາຍ​ເປີດ​ຊອງ​ສະ​ບັບ​ໜຶ່ງ​ໃຫ້​ທ່ານ​​ກີມ​ເຈິງ​ອູນ, ໂດຍ​ກ່າວ​ວ່າ ຈະ​ຍົກ​ເລີກ​ການ​ພົວ​ປະ​ທີ່​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິດ​ຖຸ​ນາ. ວັນ​ທີ 25 ພຶ​ດ​ສະ​ພາ​ນີ້, ສ​ປ​ປ ເກົາ​ຫຼີ ຕອບ​ວ່າ, ການ​ຕົກ​ລົງ​ຂອງ​ທ່ານ​ທ​ຣຳ ບໍ່​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ຫວັງຢາກ​ໃຫ້​ແຫຼມ​ເກົາ​ຫຼີ​ກໍ​ຄື​ທົ່ວ​ໂລກ​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ, ແຕ່​ ສ​ປ​ປ ເກົາ​ຫຼີ​ຍິນ​ດີ​ແກ້​ໄຂ​ບັນ​ຫາ​ກັບ​ອາ​ເມ​ລິ​ກາ​ດ້ວຍ​ທຸກ​ຮູບ​ແບບ​ໃນ​ທຸກ​ເວ​ລາ.

ວັນ​ທີ 26 ພຶ​ດ​ສະ​ພາ​ນີ້, ທ່ານ​ກີມ​ເຈິງ​ອູນ ຜູ້​ນຳ​ສູງ​ສຸດ​ ສ​ປ​ປ ເກົາ​ຫຼີ ກັບ​ທ່ານ ​ມູນ​​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາ​ຫຼີ ​ໄດ້ພົບ​ປະ​ຢູ່ປານ​ມູນ​ຈອມ​. ທ່ານ ກີມ​ເຈິງ​ອູນ​ຂອບ​ໃຈ​ນຳ​ ທ່ານ ມູນ​​ແຈ​ອິນ ທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ໃຫ້​ການ​ພົວ​ປະ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ​ ກັບ ອາ​ເມ​ລິ​ກາ ທີ່​ຄາດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິດ​ຖຸ​ນາ​ນີ້, ແລະ​ໄດ້​ສະ​ແດງ ເຈດ​ຈຳ​ນົງ​ອັນ​ເດັດ​ດ່ຽວ ກ່ຽວ​ກັບ​ການ​ພົວ​ປະ ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ​ ກັບ ອາ​ເມ​ລິ​ກາ ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ.