ການ​ສຶກ​ສາ​ພາ​ສາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ເປີດ​ໜ້າ​ໃໝ່​ໃນ​ປະ​ຫວັດ​ສາດ
  2018-05-27 14:46:15  cri
    ວັນ​ທີ 26 ພຶດ​ສະ​ພານີ້ ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ, ສະ​​ຫະ​ພັນ​ການ​ສຶກ​ສາ​ພາ​ສາ​ຈີນ​ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ພິ​ທີ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ສະ​ພາ​ມົນ​ຕີ​ຊຸດ​ທຳ​ອິດ, ທ່ານ ຈູ້​ຕີ ທີ່​ປຶກ​ສາ​ສ​ະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ, ຜູ້​ຕາງ​ໜ້າ​ອົງ​ການ​ສຶກ​ສາ​ພາ​ສາ​ຈີນ​ຂອງ 20 ແຂວງ​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ຜູ້​ຕາງ​ໜ້າ​ຜູ້​ຊົງ​ຄຸນ​ວຸດ​ທິ​ດ້ານ​ການ​ສຶ​ກ​ສາ​ພາ​ສາ​ຈີນ, ຜູ້​ຕາງ​ໜ້າ​ສື່ມວນ​ຊົນ ພ້ອມ​ດ້ວຍ​ບຸກ​ຄົນ​ວົງ​ການ​ອື່ນໆ​ລວມ 100 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ ແລະ​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ສຶກ​ສາ​ພາ​ສາ​ຈີນ​​ທີ່ໄດ້​ເປີດ​ໜ້າ​ໃໝ່​ໃນ​ປະ​ຫວັດ​ສາດ​ອິນ​ໂດ​ເນ​ເຊຍ.

    ທ່ານ ຈູ້​ຕີ ທີ່​ປຶກ​ສາ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ເລິກ​ເຊິ່ງ, ການ​ຮຽນ​ພາ​ສາ​ຈີນ ນັບ​ມື້​ນັບ​ກາຍ​ເປັນ​ກະ​ແສ​ນິ​ຍົມ​ຂອງ​ໂລກ, ຢູ່​ອິນ​ໂດ​ເນ​ເຊຍ​ກໍ​ເຊັ່ນ​ດຽວ​ກັນ, ນອກ​ຈາກ​ລູກຫຼານ​ເຊື້ອ​ສາຍ​ຈີນ​ມີ​ຄວາມ​ຕ້ອງ​ການ​ຮຽນ​ພາ​ສາ​ຈີນ​ແລ້ວ, ເພື່ອນ​ມິດ​ຊົນ​ເຜົ່າ​ມິດ​ຕະ​ພາບ​ບໍ່​ໜ້ອຍ​ກໍ​ຢາກ​ຊອກ​ຮູ້​ປະ​ເທດ​ຈີນ​ໂດຍ​ຜ່ານ​ພາ​ສາ​ຈີນ. ສະ​ນັ້ນ ຈຶ່ງ​ຫວັງ​ໃຫ້​ສະ​ຫະ​ພັນ​ການ​ສຶກ​ສາ​ພາ​ສ​າ​ຈີນ​ອິນ​ໂດ​ເນ​ເຊຍຈົ່ງ​ຈັ້ງ​ຕີນ​ຢູ່​ອິນ​ໂດ​ເນ​ເຊຍ, ເລັງ​ສາຍ​ຕາ​ໄປ​ໃສ່​ການ​ສຶກ​ສາ​ພາ​ສາ​ຈີນ ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ, ນຳ​ໃຊ້​ຄູ​ອາ​ຈານ, ປຶ້ມ​ແບບ​ຮຽນ​ແລະ​ວິ​ທີ​ການ​ສອນ​ຂອງ​ທ້ອງ​ຖິ່ນ, ໃຫ້​ການ​ບໍ​ລິ​ການ​ດ້ານ​ພາ​ສາ​ແກ່​ວົງ​ການ​ຕ່າງໆ​ຂອງ​ອິນ​ໂດຍ​ເນ​ເຊຍ, ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ການ​ສຶກ​ສາ​ພາ​ສາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ.

    ທ່ານ ລຽນ​ຈູ້ນ​ເຫວີຍ ປະ​ທານ​ສະ​ພາ​ມົນ​ຕີ​ສະ​ຫະ​ພັນ​ການ​ສຶກ​ສາ​ພາ​ສາ​ຈີນ​ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່ ໄດ້​ກ່າວ​ວ່າ, ໃນ​ຊູ່ມື້ນີ້ແຫ່ງ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ ຄື ສະ​ຕະ​ວັດ​ທີ 21 ແມ່ນ​ສະ​ຕະ​ວັດ​ຂອງ​ຈີນ, ຄົນ​ໃນ​ໂລກນີ້​ໄດ້​ໄປ​ຮຽນ​ພາ​ສາ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ. ພາ​ລະ​ໜ້າ​ທີ່​ຂອງ​ສະ​ຫະ​ພັນ​ຕົນ​ກໍ​ຄື: ໃນ​ຂະ​ນະ​ທີ່​ພິ​ຈາ​ລະ​ຈາ​ເຖິງ​ຊາວ​ຈີນ​ຕ່າງ​ດ້າວນັ້ນ, ຫັນ​ໜ້າ​ໄປ​ສູ່​ປະ​ຊາ​ຊົນ​ເຜົ່າ​ມິດ​ຕະ​ພາບ​ອັນ​ໄພ​ສານ, ນຳ​ເຂົ້າ​ຄູ​ອາ​ຈານ​ມຸ​ສ​ລິມ​ແລະ​ຊັບ​ພະ​ກອນ​ການ​ສຶກ​ສາ​ອາ​ຊີບ​ຂອງ​ຈີນ, ຮ່ວມ​ມື​ກັບ​ອົງ​ການ​ການ​ສຶກ​ສາ​ພາ​ສາ​ຈີນ​ຂອງ​ອິນ​ໂດ​ເນ​ເຊຍ​ແລະ​ວິ​ສາ​ຫະ​ກິດ​ຈີນ, ຊຸກ​ຍູ້​ກາ​ນ​ສຶກ​ສາ​ພາ​ສາ​ຈີນ​ແລະ​ອາ​ຊີ​ວະ​ສຶກ​ສາ​ໃຫ້​ພັດ​ທະ​ນາ​ໄປ​ໃນ​ຈັງ​ຫວະ​ດຽວ​ກັນ.