ກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 71 ອັດ​ລົງດ້ວຍ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ
  2018-05-28 10:36:13  cri

ກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 71 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ ປະ​ເທດ​ສວິ​ສໄດ້​ອັດ​ລົງ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ໂດຍກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ແຜນ​ຍຸດ​ທະ​ສາດ 5 ປີ​ຕໍ່​ໜ້າ​ທີ່​ໄດ້​ຕັ້ງ​ເປົ້າ​ສຸ​ຂະ​ພາບ "1 ຕື້ 3 ປະ​ການ"ເປັນ​ໃຈ​ກາງ ແລະ​ໄດ້​ວາງ​ທິດ​ທາງ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​, ມີ​ຈຸດ​ປະ​ສົງ​ເພື່ອ​ເຮັດ​ໃຫ້​ຈຳ​ນວນ​ປະ​ຊາ​ກອນ​ທີ່​ໄດ້​ຮັບສະ​ຫວັດ​ດີ​ການ​ດ້​ານການ​ປິ່ນ​ປົວ​,​ຮັກ​ສາ​ແລະ​ສົ່ງ​ເສີມ​ສຸ​ຂະ​ພາບ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.

ໂອ​ກາດ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ປິດ​ປະ​ຊຸມ,ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນອມ ເຈີ​ເບ​ຣ​ເຢ​ສຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເນັ້ນ​ເຖິງ​ຄວາມ​ສາ​ມາດ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ "1 ຕື້ 3 ປະ​ການ"​ຄື ແຕ່​ປີ 2019-2023, ລະ​ບົບ​ສະ​ຫວັດ​ດີ​ການ​ຮັກ​ສາ​ສຸ​ຂະ​ພາບ​ປົກ​ຄຸມ​​ທົ່ວ​ປວງ​ຊົນໃຫ້​ເພີ່ມ​ຂຶ້ນ 1 ຕື້​ຄົນ, ປະ​ຊາ​ກອນ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ໃຫ້​ດີກວ່າ​ເກົ່າ​ໃນ​ເວ​ລາ​ເກີດ​ເຫດ​ສຸ​ເສີນ​ດ້ານ​ອະ​ນາ​ໄມ​ນັ້ນ​ເພີ່ມ​ຂຶ້ນ 1 ຕື້​ຄົນ, ປະ​ຊາ​ກອນ​ທີ່​ມີ​ສຸ​ຂະ​ພາບ​ປັບ​ປຸງ​ດີ​ຂຶ້ນ​ເພີ່ມ​ຂຶ້ນ 1 ຕື້​ຄົນ.

ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ແຜນ​ການ​ດຳ​ເນີນ​ງານ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມການ​ອອກ​ກຳ​ລັງ​ກາຍ 2018-2030 ໂດຍ​ມີ​ຈຸດ​ປະ​ສົງ​ຫວັງ​ຈະ​ສົ່ງ​ເສີມ​ໃຫ້ປະ​ຊາ​ຊົນ​ໃນ​ທຸກ​ເກນອາ​ຍຸ​ຫ້າວ​ຫັນ​ໃນ​ການ​ອອກ​ກຳ​ລັງ​ກາຍ.