ທ່ານສີຈິ້ນຜິງຈະເປັນປະທານກອງປະຊຸມຄັ້ງທີ 18 ຂອງສະພາມົນຕີປະມຸກລັດອົງການຮ່ວມມືຊຽງໄຮ
2018-05-28 10:37:24 cri
ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນປະກາດໃນພິທີຖະແຫຼງຂ່າວຕໍ່ສື່ມວນຊົນຈີນແລະຕ່າງປະເທດທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນໃນວັນທີ 28 ພຶດສະພານີ້ວ່າ: ກອງປະຊຸມຄັ້ງທີ 18 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮຈະຈັດຂຶ້ນຢູ່ນະຄອນຊິງຕາວ ແຂວງຊ່ານຕຸ່ງ ແຕ່ວັນທີ 9-10 ມິຖຸນາໜ້ານີ້. ທ່ານສີຈິ້ນຜິງ ປະທານປະເທດຈີນຈະເປັນປະທານກອງປະຊຸມທັງຈັດກິດຈະກຳທີ່ກ່ຽວຂ້ອງ. ຜູ້ນຳປະເທດສະມາຊິກ,ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮແລະຜູ້ຮັບຜິດຊອບຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຈະເຂົ້າຮ່ວມກອງປະຊຸມຕາມຄຳເຊີນ.