ອັ​ຟ​ກາ​ນິ​ສະ​ຖານ​ສາ​ມາດ​ຈັບ​ກຸມ​ຜູ້​ຄ້າ​ຢາ​ເສບ​ຕິດ​ໄດ້ 700 ກວ່າ​ຄົນ​ໃນ​ໄລ​ຍະ​ 2 ​ເດືອນ​ຜ່ານ​ມາ
  2018-05-28 10:49:52  cri
ເຈົ້າ​ໜ້າ​ທີ່​ກະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ເມື່ອ​ມໍ່ໆ​ນີ້​ວ່າ: ໃນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສ​ບ​ຕິດໃນ​ໄລ​ຍະ 2 ເດືອນ​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອັ​ຟ​ກາ​ນິ​ສະ​ຖານ​ສາ​ມາດ​ຈັບ​ກຸມ​ຜູ້​ຄ້າ​ຢາ​ເສບ​ຕິດ​ໄດ້​ຢ່າງ​ໜ້ອຍ 700 ຄົນ​ໃນ​ຂອບ​ເຂດ​ທົ່ວ​ປ​ະ​ເທດ ທັງ​ຍຶດ​ໄດ້​ຢາ​ເສບ​ຕິດ​​ໄດ້ຈຳ​ນວນຫຼວງຫຼາຍ ຖື​ວ່າ​ໄດ້​ຮັບ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ການ​ປາບ​ປາມ​ຢາ​ເສ​ບ​ຕິດ​ຄັ້ງ​ນີ້.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ຖະ​ແຫຼງວ່າ: ໃນ​ໄລ​ຍະ​ 2 ເດືອນ​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສ​ບ​ຕິດ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດຫຼາຍກວ່າ 600 ເທື່ອ ແລະ​ສາ​ມາດ​ຍຶດ​ຢາ​ເສບ​ຕິດ​ຊະ​ນິດ​ຕ່າງໆ​ໄດ້​ປະ​ມານ 68 ໂຕນ.

ຫ້ອງ​ການ​ບັນ​ຫາ​ຢາ​ເສ​ບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ວ່າ, ການ​ຄ້າ​ຢາ​ເສ​ບ​ຕິດ​ເປັນ​ແຫຼ່ງ​ລາ​ຍ​ຮັບ​ສຳ​ຄັນ​ຂອງ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ເຊິ່ງລວມ​ທັງ​ກຸ່ມ​ຕາ​ລີ​ບັນ, ເຊິ່ງ​​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​​ຄວາມ​ໝັ້ນ​ຄົງ​ຂອງລັດ​ຖະ​ບານ​ອັ​ຟ​ກາ​ນິ​ສະ​ຖານ​ກໍ​ຄື​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ.