ງານ​ວັດ​ທະ​ນະ​ທຳ​ນາ​ໆ​ຊາດຈັດ​ຂຶ້ນ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ການ​ເງິນ​ສູນ​ກາງ​ຈີນ
  2018-05-28 15:35:48  cri

ງານ​ວັດ​ທະ​ນະ​ທຳ​ນາ​ໆ​ຊາດຈັດ​ຂຶ້ນ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ການ​ເງິນ​ສູນ​ກາງ​ຈີນໃນ ວັນທີ 26 ພຶດ​ສະ​ພານີ້,ມີ​ຄູ​ອາ​ຈານ​ແລະ​ນັກ​ສຶກສາ​​ຕ່າງ​ປະ​ເທ​ດ​ຈາກມະ​ຫາ​ວິ​ທະ​ຍາ​ໄລ​​​ຕ່າງ​ໆທີ່​ນະ​ຄອນ​ຫລວງ​ປັກ​ກິ່ງເຂົ້າ​ຮ່ວມ​ຢ່າງ​ຫລວງ​ຫລາຍ.

ຈຸດ​ປະ​ສົງ​ຂອງ​ງານ​​ຄັ້ງ​ນີ້,ເພຶ່ອ​ເປັນ​ການ​ສ້າງ​ຄວາມ​ສາ​ມັກ​ຄີ​ແລະ​​ເຜີຍແ​ຜ່​ແລກ​ປ່ຽນວັດ​ທະ​ນະ​ທຳ​ອັນ​ດີງ​າມ​ຂອງ​ບັນ​ດາ​ປະ​ເທດ​ຕ່າງໆ.

ໃນ​ໂອ​ກາດນີ້, ນັກ​ສຶກ​ສາ​ລາວເຊິ່ງ​ນຳ​ໂດຍ ທ່ານ ນະ​ຄອນ ມະ​ນີ​ວັນດວງ​ຄຳ ​ຮອງເລ​ຂາ​ຈຸ​ພັກນັກ​ສຶກ​ສາ​ລາວ​ ທ່ານ ແມກ ແສນ​ສຸກ ຫົວ​ໜ້າ​ຄະ​ນະນັກ​ສຶກ​ສາ​ລາວທີ່​ປັກ​ກິ່ງ​ພ​ອ້​ມ​ດ້ວຍ​ຄະ​ນະ ​ແລະ 3 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ກໍ່​ໄດ້​ນຳ​ເອົາ​ລາຍ​ການ​ສະ​ແດງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ລາວ​ຄື: ເປົ່​າ​ແຄນ​ກ້ຽວ​ສາວ,​ຟ​ອ້ນ​ລຳ​ວົງ​ລາວ, ວາງ​ສະ​ແດງ​ເຄື່ອງ​ຫັດ​ຖະ​ກຳ ແລະ ອາ​ຫານ​ລາວເຊັ່ນ: ​​ເຂົ້າ​ໜຽວ,ຕຳ​ໝາກ​ຮຸ່ງ ແລະ ອື່ນໆ​. ນອກ​ນີ້​, ເຄື່ອງ​ຫັດ​ຖະ​ກຳລາວທີ່​ນຳ​ມາ ວາງ​ສະແດງ​​ໄດ້ຮັບ​ການຍ​ອ້ງ​ຍໍເປັນພິ​ເສດ​ຈາກ​ຄະ​ນະ​ຈັດ​ງານ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແລະ​ຄຶກ​ຄື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ຜູ້ເຂົ້າ​ຮ່ວມ​​ຢ່າງ​ຫລວງ​ຫລາຍ.

1  2  3  4  5