ທີມ​ງາມ​ອາ​ເມ​ລິ​ກາ​ເດີນ​ທາງ​ເຖິງ​ສ​ປ​ປ​ເກົາ​ຫຼີ
  2018-05-28 10:55:05  cri
    ວັນ​ທີ 27 ພຶດ​ສະ​ພານີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ພົ​ສ​ຢູ່​ສື່​ສັງ​ຄົມ​ອອນ​ໄລ​ນ twitter ​ວ່າ, ທີມ​ງານ​ປະ​ເທດ​ຕົນ​ໄດ້​ເດີນ​ທາງ​ເຖິງ​ ສ​ປ​ປ ເກົາຫຼີ​ແລ້ວ ເພື່ອ​ກະ​ກຽມ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ກັບ​ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ.

    ຫວ່າງມໍ່ໆ​ມານີ້, ອາ​ເມ​ລິ​ກາ, ສ​ປ​ປ ເກົາຫຼີ ແລະ ສ.ເກົາຫຼີ​ລ້ວນ​ແຕ່​ກ່າວ​ວ່າ, ຫວັງ​ວ່າ​ການ​ພົບ​ປະ​ລະ​ຫວ່າ​ງ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ​ເກົາຫຼີ ຈະ​ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ໜ້ານີ້.

    ນອກນີ້, ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 27 ພຶດ​ສະ​ພານີ້​ວ່າ, ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ ແລະ​ທ່ານ ມຸນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ ໄດ້​ພົບ​ປະ​ກັນ​ຢູ່​ປານ​ມູນ​ຈອມ​ເບື້ອງ​ສ​ປ​ປ​ເກົາຫຼີ​ໃນ​ວັນ​ທີ 26 ພຶດ​ສະ​ພານີ້. ໂອ​ກາດ​ດັ່ງ​ກ່າວ, ທ່ານ ກິມ​ເຈິງ​ອຸນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ມຸນ​ເຈ​ອິນ ທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ ສ​ປ​ປ​ເກົາຫຼີ-ອາ​ເມ​ລິ​ກາ ທີ່​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ໜ້ານີ້ ແລະ​ໄດ້​ສະ​ແດງ "ເຈດ​ຈຳ​ນົງ​ອັນ​ເດັດ​ດ່ຽວ" ກ່ຽວ​ກັບ​ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ​ດັ່ງ​ກ່າວ.