ໝີ​ແພນ​ດາ​ທີ່​ເກີດຢູ່​ມາ​ເລ​ເຊຍ​ໂຕ​ທີ 2 ປາ​ກົດ​ຕົວ​ເປັນ​ຄັ້ງ​ທຳ​ອິດ
  2018-05-28 10:59:42  cri
    ໝີ​ແພນ​ດາ​ໂຕ​ແມ່​ທີ່​ເກີດ​​ຢູ່​ມາ​ເລ​ເຊຍ​ໃນ​ວັນ​ທີ 14 ມັງ​ກອນ​ຜ່ານ​ມາ ໄດ້​ພົບ​ກັບ​ສາ​ທາ​ລະ​ນະ​ຊົນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ສວນ​ສັດ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໃນ​ວັນ​ທີ 26 ພຶດ​ສະ​ພານີ້.

    ສວນ​ສັດ​ໄດ້​ຕັ້ງ​ແທ່ນ​ນ້ອຍ​ອັນ​ໜຶ່ງ​ຢູ່​ໃນ​ຫ້ອງ​ຂອງ​ຫໍ​ໝີ​ແພນ​ດາ​ໂດຍ​ສະ​ເພາະ ເຊິ່ງ​ເຮັດ​ໃຫ້​ຜູ້​ຊົມ​ສາ​ມາດ​ເຫັນ​ໝີ​ແພນ​ດາ​ໂຕນັ້ນ​ຢູ່ນອກ​ກະ​ຈົກ. ປັດ​ຈຸ​ບັນ, ຂົນ​ຂອງໝີ​ແພນ​ດາ​ໂຕ​ນ້ອຍ​ໂຕນີ້ ປົ່ງ​ອອກ​ມາເກືອບ​ຄົບ​ແລ້ວ ແລະ​ມີ​ຂອບ​ຕາ​ດຳ​ທີ່​ເປັນ​ສັນ​ຍະ​ລັກ​ຂອງ​ມັນ, ແຕ່​ຍັງ​ຄານ​ບໍ່​ຄ່ອຍ​ເປັນ​ປານ​ໃດ.

    ນີ້​ແມ່ນ​ໝີ​ແພນ​ດາ​​ລູກໂຕ​ທີ 2 ຂອງ "ຊິ່ງໆ" ແລະ "ລ້ຽງໆ" ທີ່​ອາ​ໄສ​ຢູ່​ມາ​ເລ​ເຊຍແລະ​ເກີດ​ຢູ່​ມາ​ເລ​ເຊຍ. ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ, ທ່ານ ປາຍ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ ໄດ້​ຂອບ​ໃຈ​ມາ​ເລ​ເຊຍ​ທີ່​ໄດ້​ດູ​ແລ​ໝີ​ແພນ​ດາ ແລະ​ເຊື່ອ​ວ່າ, ໝີ​ແພນ​ດາ​ທີ່​ເກີດ​ໃໝ່​ຈະ​ກາຍ​ເປັນ​ທູດ​ມິດ​ຕະ​ພາບ ແລະ​ຊຸກ​ຍູ້​ມິດ​ຕະ​ພາບ​ຈີນ-ມາ​ເລ​ເຊຍ​ໂດຍ​ຮ່ວມ​ກັບ​ພໍ່​ແມ່​ຂອງ​ມັນ. ທ່ານ ປາຍ​ທ່ຽນ ຍັງ​ສະ​ເໜີ​ໃຫ້​ຈັດ​ກິດ​ຈະ​ກຳ​ຕັ້ງ​ຊື່​ໃຫ້​ໝີ​ແພນ​ດາ​ນ້ອຍ​ໂຕນີ້ອີກ​ດ້ວຍ.