ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ​ອະ​ນຸ​ມັດປ່ອຍ​ເງິນ​ກູ້​ໃຫ້ 6 ໂຄງ​ການ
  2018-05-29 10:13:31  cri
ທ່ານ​ເຄ ວີ ຄາ​ມັດ ຜູ້ອຳ​ນວຍ​ການ​ໃຫຍ່ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ​ໄດ້​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ມົນ​ຕີ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິ​ກ​ສ​ສະ​ໄໝ​ທີ 3 ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້ວ່າ: ທະ​ນາ​ຄານ​ຕົນ​ໄດ້​ອະ​ນຸ​ມັດປ່ອຍ​ເງິນ​ກູ້​ໃຫ້ 6 ໂຄງ​ການ​ຂອງ 5 ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ​ໃນ​ມູນ​ຄ່າ​ລວມ​ທັງ​ໝົດ 1,6 ຕື້​ໂດ​ລາ​ສະ​ຫະ​ລັດ. ມາ​ຮອດ​ປັດ​ຈຸ​ບັນ, ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ໄດ້​ອະ​ນຸ​ມັດ​ແລ້ວ 21 ໂຄງ​ການ​ທີ່​ມີ​ຍອດມູນ​ຄ່າ​ເງິນ​ກູ້ຫຼາຍກວ່າ 5,1 ຕື້​ໂດ​ລາ​ສະ​ຫະ​ລັດ.

​ທ່ານ​ຄາ​ມັດ​ຢືນ​ຢັນ​ວ່າ ​ໃນ​ຕໍ່​ໜ້າ, ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່ຈະ​ໃຫ້​ຄວາມ​ສົນ​ໃຈ​ແກ່​ໂຄງ​ການ​ພະ​ລັງ​ງານ​ໝູນ​ວຽນ,ການ​​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ,ກາ​ນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ໂຄງ​ການ​ອື່ນໆ​ໃຫ້ຫຼາຍກວ່າ​ເກົ່າ​ເພື່ອ​ສຸມ​ໃສ່​ຊ່ວຍ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ບັນ​ລຸ​ເປົ້າ​ໝາຍ​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ຂ່າວ​ແຈ້ງວ່າ: ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ​ໄດ້​ສ້າງ​ຕັ້ງ​ສູນ​ປະ​ຈຳ​ເຂດ​ອາ​ຟ​ຣິກ​ກາຢູ່​ອາ​ຟ​ຣິກ​ກາ​ໃຕ້​ໃນ​ປີ 2017 ຜ່ານ​ມາ ແລະ​ພາຍ​ໃນ​ປີ 2018 ນີ້​ຈະ​ສ້າງ​ຕັ້ງ​ສະ​ຖາ​ບັນ​ສາ​ຂາ​ຢູ່​ເບ​ຣ​ຊີນ ເຊິ່ງ​ເປັນ​ແຫ່ງ​ທຳ​ອິດ​ຢູ່​ທະ​ວີບ​ອາ​ເມ​ລິ​ກາ ເຊິ່ງ​ສອງ​ສະ​ຖາ​ບັນ​ນີ້​ຈະ​ສາ​ມາດ​ຊ່ວຍ​ທະ​ນາ​ຄານ​ກະ​ກຽມ​ໃຫ້​ໂຄງ​ການ​ການ​ລົງ​ທຶນ​ຢູ່​ອາ​ຟ​ຣິກ​ກາ​ແລະ​ທະ​ວີບ​ອາ​ເມ​ລິ​ກາ​ໃຫ້​ດີກວ່າ​ເກົ່າ.