ການ​ນຳ​ໃຊ້​ໄຟ​ຟ້າ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ອິນ​ໂດ​ເນ​ເຊຍ​ກວມ​ພຽງ1/4ຂອງ​ມາ​ເລ​ເຊຍ​ເທົ່າ​ນັ້ນ
  2018-05-29 10:36:45  cri
ໜັງ​ສື​ພິມ​ຮາ​ຣຽນ​ອິນ​ຮ​ວາຂອງ​ອິນ​ໂດ​ເນ​ເຊຍ​ສະ​ບັບ​ວັນ​ທີ 24 ພຶດ​ສະ​ພາ​ນີ້​ລາຍ​ງານ​ວ່າ: ທ່ານ​ບຳ​​ບັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​​ກໍ່​ສ້າງ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ໃນ​ມໍ່ໆ​ມາ​ນີ້​ວ່າ: ປັດ​ຈຸ​ບັນ, ການ​ນຳ​ໃຊ້​ໄຟ​ຟ້າ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ອິນ​ໂດ​ເນ​ເຊຍ​ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ​ສົມ​ຄວນ ເຊິ່ງ​ຕ່ຳ​ກວ່າ​ມາ​ເລ​ເຊຍ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງ.

ປີ 2017 ຜ່ານ​ມາ, ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ໃຊ້​ໄຟ​ຟ້າ​ສະ​ເລ່ຍ 1012 ກິ​ໂລ​ວັດ​ໂມງ​ຕໍ່​ຄົນ, ສ່ວນ​​ປີ 2016,ມາ​ເລ​ເຊຍ​ກໍໄດ້​ບັນ​ລຸ​ເຖິງ 4460 ກິ​ໂລ​ວັດ​ໂມງ​ຕໍ່​ຄົນ​ແລ້ວ.​ທ່ານ​ບຳ​​ບັງ​ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ​ຍັງ​ຕ້ອງ​ໃຊ້​ເວ​ລາ​ປະ​ມານ 2 ປີ​ເຄິ່ງ​ຈິ່ງ​ຈະ​ສາ​ມາດ​ບັນ​ລຸ​ເຖິງ​ລະ​ດັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ມາ​ເລ​ເຊຍ​ໄດ້. ສະ​ນັ້ນ, ເພື່ອ​ຍົກ​ສູງ​ປະ​ລິ​ມານ​ການ​ນຳ​ໃຊ້ໄຟ​ຟ້າ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ອິນ​ໂດ​ເນ​ເຊຍ, ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້​ການ​ສະ​ໜອງ​ໄຟ​ຟ້າ​ໃຫ້​ສະ​ໝ່ຳ​ສະ​ເໝີ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ຫ່າງ​ໄກ​ສອກ​ຫຼີກ.