ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປີດ​ເຜີຍ​​ແຜນ​ການ​ດຳ​ເນີນ​ງານຊັບ​ພະ​ຍາ​ກອນ​ມະ​ນຸດ
  2018-05-29 16:29:05  cri
ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເປີດ​ເຜີຍ​ແຜນ​ການ​ດຳ​ເນີນ​ງານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022ໃນ​ວັນ​ທີ 29 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ຕາມ​ແຜນ​ການ​ນີ້, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຕັ້ງ​ໜ້າ​ຮັບ​ເອົາ​ຊັບ​ພະ​ຍາ​ກອນ​ດີ​ເດັ່ນ​ຕ່າງ​ປະ​ເທດ​ແລະ​ສ້າງ​ຕັ້ງ​ກົນ​ໄກ​ຮັບ​ສະ​ໝັກ​ພະ​ນັກ​ງານ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຕາມ​ແຜນ​ການ​ດັ່ງ​ກ່າວ, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຫັນ​ໜ້າ​ສູ່​ຖັນ​ແຖວ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ກະ​ກຽມ​ໂດຍ​ກົງ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ 7 ໂຄງ​ການ​ສະ​ເພາະ​ຄື ທ້ອນ​ໂຮມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ເດັ່ນ​ສາ​ກົນ, ການ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ດ້ານການ​ຄຸ້ມ​ຄອງ​ການ​ແຂ່ງ​ຂັນ, ການ​ອົບ​ຮົມ​ກໍ່​ສ້າງ​ນັກ​ວິ​ຊາ​ການ​ມື​ອາ​ຊີບ, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ກິ​ລາ​ເພື່ອ​ແຂ່ງ​ຂັນ, ການ​ເຄື່ອນ​ໄຫວ​ບໍ​ລິ​ການ​ອາ​ສາ​ສະ​ໝັກ, ການ​ຕິດ​ຕໍ່​ພົວ​ພັນ​ແລະ​ກໍ່​ສ້າ​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ນັກ​ທຸ​ລະ​ກິດ​ສັນ​ຍາ.

ປັດ​ຈຸ​ບັນ, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງກຳ​ລັງ​ເພີ່ມ​ທະ​ວີ​ການ​ກຽມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ວິ​ຊາ​ສະ​ເພາະ​ຕ່າງໆ​ເຊັ່ນ ຜູ້​ຄຸ້ມ​ຄອງ​ການ​ແຂ່ງ​ຂັນ,ເຈົ້າ​ໜ້າ​ທີ່​ວິ​ຊາ​ການ,ພະ​ນັກ​ງານ​​ປະ​ຈຳສະ​ໜາມ​ແຂ່ງ​ຂັນ,ອາ​ສາ​ສະ​ໝັກ,ເຈົ້າ​ໜ້າ​ທີ່​​ຮັກ​ສາ​ຄວາມ​ປອດ​ໄພ,ການ​ປິ່ນ​ປົວແລະ​ດ້ານ​ອື່ນໆຂອງ​ການ​ແຂ່ງ​ຂັນ​ແລະ​ອື່ນໆ; ສ້າງ​ຕັ້ງ​ລະ​ບົບ​ຝຶກ​ອົບ​ຮົມ​ມື​ອາ​ຊີບ​ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ແລະ​ອອກ​ແຮງ​ນຳ​ເຂົ້າ​ຊັບ​ພະ​ຍາ​ກອນ​​ທີ່​ມີ​ຄຸນ​ນະ​ພາບ​ດີ​ຈາກ​ຕ່າງ​ປະ​ເທດ.