ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ຕ້ານ​ການກໍ່​ການ​ຮ້າຍ "ກຳ​ແພງ​ໃຫຍ່ 2018" ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ
  2018-05-29 09:57:05  cri
    ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ຕ້ານ​ການກໍ່​ການ​ຮ້າຍ "ກຳ​ແພງ​ໃຫຍ່ 2018" ຂອງກອງ​ຕຳຫຼວດ​ປະ​ກອບ​ອາ​ວຸດ ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງໃນ​ຕອນ​ເຊົ້າ​ວັນ​ທີ 28 ພຶດ​ສະ​ພານີ້. ຜູ້​ຕາງ​ໜ້າ 180 ກວ່າ​ທ່ານ​ຈາກກອງ​ທະ​ຫານ​ທີ່​ມີ​ໜ້າ​ທີ່​ຄື​ກັນ​ຂອງ 28 ປະ​ເທດ ເຊັ່ນ: ຈີນ, ຟິ​ລິບ​ປິນ, ກຳ​ປູ​ເຈຍ, ມຽນ​ມາ, ຫວຽດ​ນາມ, ໄທ ແລະ​ອື່ນໆ​ເຂົ້າ​ຮ່ວມ.

    ທ່ານ​ພົນ​ໂທ ຊິນ​ທ່ຽນ ຮອງ​ຜູ້​ບັນ​ຊາ​ການກອງ​ຕຳຫຼວດ​ປະ​ກອບ​ອາ​ວຸດ​ຈີນ ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ການ​ທີ່​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ຕ້ານ​ການກໍ່​ການ​ຮ້າຍ​ຄັ້ງ​ນີ້ ມີ​ຈຸດ​ປະ​ສົງ​ເພື່ອ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ ສ້າງ​ເວ​ທີ​ການ​ຮ່ວມ​ມື, ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ງານ​ຈາກ​ການ​ແລກ​ປ່ຽນ, ຮ່ວມ​ກັນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ແລະ​ຊຳ​ລະ​ເຫດ​ການກໍ່​ການ​ຮ້າຍ​ຢ່າງ​ບັງ​ເກີດ​ຜົນ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ຂອງ​ປະ​ເທດ​ຕ່າງໆ.

    ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ຈະ​ດຳ​ເນີນໄປ​ເປັນ​ເວ​ລາ 4 ມື້ ໂດຍ​ຈະ​ປຶກ​ສາ​ຫາ​ລື​ແລະ​ແລກ​ປ່ຽນ​ກັບ​ກອງ​ທະ​ຫານ​ທີ່​ມີ​ໜ້າ​ທີ່​ຄື​ກັນ​ຂອງ​ປະ​ເທດ​ຕ່າງໆ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ການ​ນຳ​ໃຊ້​ວິ​ທີ​ການ​ເຄື່ອນ​ໄຫວ​ຕ້ານ​ການກໍ່​ການ​ຮ້າຍ​ເຂດ​ພູ​ດອຍ.