ນາ​ຍົກ​ມາ​ເລ​ເຊຍ​ກ່າວ​ວ່າ​ຈະ​ຍົກ​ເລີກ​ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງ​ກະ​ໂປ
  2018-05-29 17:13:38  cri
    ວັນ​ທີ 28 ພຶດ​ສະ​ພານີ້, ທ່ານ ມາ​ຮາ​ເທຍ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ, ຈະ​ຍົກ​ເລີກ​ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງ​ກະ​ໂປທີ່​ໄດ້​ເຂົ້າ​ສູ່​ໄລ​ຍະ​ກ່າວ​ປະ​ມູນ​ແລ້ວ ແລະ​ຈະ​ປຶກ​ສາ​ຫາ​ລື​ກັບ​ສິງ​ກະ​ໂປ​ກ່ຽວ​ກັບ​ບັນ​ຫາ​ທົດ​ແທນ​ຍ້ອນ​ລະ​ເມີດ​ສັນ​ຍາ.

    ທ່ານ ມາ​ຮາ​ເທຍ ກ່າວຕື່ມ​ວ່າ, ໂຄງ​ການ​ດັ່ງ​ກ່າວ​ໃຊ້​ງົບ​ປະ​ມານຫຼາຍ​​ເກີນ​ໄປ ແລະ​ຄາດ​ວ່າ​ຈະ​ບໍ່​ສາ​ມາດ​ມີ​ຜົນ​ກຳ​​ໄລ​ໄດ້. ຍ້ອນ​ວ່າ​ຖອນ​ອອກ​ຈາກ​ໂຄງ​ການ​ດັ່ງ​ກ່າວ, ປະ​ເທດ​ຕົນ​ອາດ​ຈະ​ຕ້ອງ​ຈ່າຍ​ຄ່າ​ທົດ​ແທນ 500 ລ້ານ​ລິງ​ກິດ ຫຼື​ ປະ​ມານ 125 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ສິງ​ກະ​ໂປ, ແຕ່​ຈະ​ປຶກ​ສາ​ກັບ​ສິງ​ກະ​ໂປ​ວ່າ​ຈະຫຼຸດ​ຄ່າ​ທົດ​ແທນ​ໃຫ້​ໜ້ອຍ​ລົງ​ແນວ​ໃດ.

    ເດືອນ​ທັນ​ວາ 2016 ລັດ​ຖະ​ບາ​ນ​ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍ​ໄດ້​ເຊັນ​ສັນ​ຍາ​ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຄາດ​ວ່າ​ຈະ​ເປີດ​ບໍ​ລິ​ການ​​ກ່ອນ​ທ້າຍ​ປີ 2026.