ຈີນ​ກ່າວ​ວ່າ, ຊັບ​ສິນ​ທາງ​ປັນ​ຍາ​ບໍ່​ຄວນ​ກາຍ​ເປັນ​ເຄື່ອງ​ມື​ຂອງ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ
  2018-05-29 16:29:21  cri
    ໃນ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ຄົບ​ຄະ​ນະ​ຂອງ​ອົງ​ການ​ແກ້​ໄຂ​ຂໍ້ຂັດ​ແຍ້ງ​ທີ່​ຈັດ​ຂຶ້ນ​ໂດຍ​ອົງ​ການ​ການ​ຄ້າ​ໂລກ​ໃນ​ວັນ​ທີ 28 ພຶດ​ສະ​ພານີ້, ອາ​ເມ​ລິ​ກາ​ໄດ້​ຕິ​ຕຽນ​ຈີນ​ທີ່​ບັງ​ຄັບ​ໃຫ້​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຂອງ​ອາ​ເມ​ລິ​ກາ​ໂອນ​ເຕັກ​ນິກ​ໃຫ້.

    ຕໍ່​ເລື່ອງນີ້, ທ່ານ ຈ່າງ​ຊ້ຽງ​ເຊີນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ການ​ຄ້າ​ໂລກ​ກ່າວ​ວ່າ, ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ໂອນ​ເຕັກ​ນິກ​ໃຫ້​ຈີນນັ້ນ​ແມ່ນ​ການ​ກະ​ທຳ​ທາງ​ການ​ຄ້າ​ທີ່​ປົກ​ກະ​ຕິ, ແມ່ນ​ຜົນ​ການ​ຄັດ​ເລືອກ​ສອງ​ຝ່າຍ​ແລະ​ຕັດ​ສິນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ຕົນ​ເອງ​ຂອງວິ​ສາ​ຫະ​ກິດ, ສະ​ນັ້ນ ບໍ່​ຄວນ​ຖື​ການ​ຄ້າ​ຂາຍ​ທາງ​ການ​ຄ້າ​ທີ່​ປົກ​ກະ​ຕິ​ເປັນ​ການ​ກະ​ທຳ​ແບບ​ບັງ​ຄັບ​ໃນ​ການ​ຈັດ​ຊື້​ຂອງ​ລັດ​ຖະ​ບານ.

    ທ່ານ ຈ່າງ​ຊ້ຽງ​ເຊີນ ກ່າວ​ຕື່ມ​ວ່າ, ຄວາມ​ກ້າວ​ໜ້າ​ແລະຜົນ​ງານທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ຊັບ​ສິນ​ທາງ​ປັນ​ຍາ ບໍ່​ແມ່ນ​ອາ​ໄສ​ການ​ບັງ​ຄັບ​ໃຫ້​ໂອນ​ເຕັກ​ນິກ. ການ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ຕື່ມ​ອີກ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຕ້ອງ​ການ​ໃນ​ການ​ເປີ​ດ​ປະ​ຕູ​ສູ່​ໂລກ​ພາຍນອກ​ໃຫ້​ກວ້າງ​ອອກ​ເທົ່າ​ນັ້ນ​, ຍິ່ງ​ແມ່ນ​ຄວາມ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ​ຕົນ​ເອງ​ຂອງ​ຈີນ​ນຳ​ອີກ. ຊັບ​ສິນ​ທາງ​ປັນ​ຍາ​ແລະ​ເຕັກ​ນິກ​ຄວນ​ກາຍ​ເປັນ​ຂົວ​ຕໍ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ແຕ່​ບໍ່​ຄວນ​ຖືກ​ນຳ​ໃຊ້​ເປັນ​ເຄື່ອງ​ມື​ຂອງ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ຍິ່ງ​ບໍ່​ຄວນ​ນຳ​ໃຊ້​ມາ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອື່ນ.