ຈັດງານສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຈີນ 2018 ​ຢູ່​ລາວ
  2018-05-30 11:02:12  cri

ງານ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຈີນ 2018​ ທີ່​ມີ​ຫົວ​ຂໍ້ "ງານ​ສັບ​ປະ​ດາ​ວາງ​ສະ​ແດງ​ຜົນ​ງານ​ຄວາມ​ຄິດ​ສ້າງ​ສັນ​ທາງວັດ​ທະ​ນະ​ທຳ​ຈີນ" ໂດຍ​ມີ​ສູນ​ວັດ​ທະ​ນະ​ທຳ​ຈີນ​ປະ​ຈຳ ສ​ປ​ປ ​ລາວ​ແລະ​ພະ​ແນກວັດ​ທະ​ນະ​ທຳ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວ​ງກວາງ​ຊີ ສ​ປ ຈີນເປັນ​ເຈົ້າ​ພາບຮ່ວມ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ຮຽນ​ສິ​ລະ​ປະ​ແຫ່ງ​ຊາດ​ລາວ​ທີ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັ​ນ​ທີ 29 ພຶດ​ສະ​ພາ​ນີ້ ແລະ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງວັນ​ທີ 1 ມິ​ຖຸ​ນາ​ໜ້າ​ນີ້.

ໃນ​ໄລ​ຍະ​ຈັດ​ງານ​ສັບ​ປະ​ດາ, ຍັງ​ຈະ​ຈັດ​ກິດ​ຈະ​ກຳ​ສຳ​ຜັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ "ອະ​ນາ​ຄົດ​ທີ່​ໂດດ​ເດັ່ນ", ກາ​ຕູນ​ງີ້ວ​ແລະ​ອື່ນໆ​ຢູ່​ໂຮງ​ຮຽນ​ຕ່າງໆ​ແລະ​ສູນ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ນະ​ຄອນຫຼວງວຽງ​ຈັນ ເພື່ອ​ໃຫ້​ເດັກ​ນ້ອຍ​ລາວ​ ໄດ້​ສຳ​ຜັດ​ປະ​ສົບ​ການ​ຕົວ​ຈິງກັບ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ເຮັດ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ປະ​ສົມ​ປະ​ສານ​ກັບ​ວັດ​ທະ​ນະ​ທຳ​ດັ້ງ​ເດີມຂອງ​ຈີນ.

1  2