ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ໃນ​ປີ 2017 ບັນ​ລຸຫຼາຍກວ່າ 29.000 ຕື້ຢວນ
  2018-05-30 11:38:10  cri
ກອ​ງ​ປະ​ຊຸມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຈີນ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້. ທ່ານ​ນາງ​ຊ່ຽນ​ຟາງ​ລີ້ ຫົວ​ໜ້າ​ກົມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຈີນ 2017 ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຈີນ​ໃນ​ປີ 2017 ຜ່ານ​ມາ​ໄດ້​ບັນ​ລຸ​ເຖິງ 29.160 ຕື້ຢວນ, ເພີ່ມ​ຂຶ້ນ 11,7% ເມື່ອ​ທຽບ​ໃສ່​ປີ 2016. ໃນ​ນີ້, ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ປະ​ເພດ​ການ​ບໍ​ລິ​ການ​ບັນ​ລຸ​ເຖິງ 4960 ຕື້ຢວນ, ເພີ່ມ​ຂຶ້ນ 35,1% ທຽບ​ໃສ່​ປີ 2016 ແລະ​ເພີ່ມ​ຂຶ້ນ 13,2% ເມື່ອ​ທຽບ​ໃສ່​ປີ 2015.

ບົດ​ລາຍ​ງານ​ຍັງ​ລະ​ບຸ​ຕື່ມ​ວ່າ: ປີ 2017 ຜ່ານ​ມາ,ຍອດ​ມູນ​ຄ່າ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ໃນ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ບັນ​ລຸ​ເຖິງ 90,24 ຕື້ຢວນ,ເພີ່ມ​ຂຶ້ນ 80,6% ເມື່ອ​ທຽບ​ໃສ່​ປີ 2016. ໃນ​ນີ້, ມູນ​ຄ່າ​​ສິນ​ຄ້ານຳ​ເຂົ້າ 56,59 ຕື້ຢວນ, ເພີ່ມ​ຂຶ້ນ 120%, ມູນ​ຄ່າ​ສິນ​ຄ້າ​ສົ່ງ​ອອກ 33,65 ຕື້ຢວນ, ເພີ່ມ​ຂຶ້ນ 41,3%, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ນັບ​ມື້​ນັບ​ກາຍ​ເປັນ​ຊ່ອງ​ທາງ​ໃໝ່​ໃນ​ການ​ບຸກ​ເບີກ​ຕະຫຼາດ​ຕ່າງ​ປະ​ເທດ​ຂອງ​ສິນ​ຄ້າ​ຈີນ.