ຫຼັກ​ສູດ​ປະ​ລິນ​ຍາ​ຕີ​ສາ​ຂາພາ​ສາ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ເຖິງ 83 ພາ​​ສາ​ແລ້ວ
  2018-05-30 11:41:48  cri
ກະ​ຊວງ​ສຶກ​ສາ​ທິ​ການຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 29 ພຶດ​ສະ​ພາ​ນີ້​ວ່າ, ປີ 2017, ຈຳ​ນວນ​ຫຼັກ​ສູດປະ​ລິນ​ຍາ​ຕີ​ສາ​ຂາພາ​ສາ​ຕ່າງ​ປະ​ເທດ​ຂອງ​ຈີນ​ທີ່​ເປີດ​ສອນ​ມີ 83 ພາ​ສາ,ໄດ້​ເພີ່ມ​ຂຶ້ນ​ອີກ 11 ພາ​ສາ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2016. ທ່ານ ທຽນ​ລີ້​ຊິ່ນ ເຈົ້າ​ໜ້າ​ທີ່​ກະ​ຊວງ​​ສຶກ​ສາທິ​ການ​ຈີນ​ກ່າວ​ວ່າ, ນີ້​ແມ່ນ​ເພື່ອ​ການ​ອົບ​ຮົມ​ສ້າງບັນ​ດິດ​ສາ​ຂາ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຈີນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ອັນ​ຍາວ​ໄກ​ທີ່​ສຸມ​ໃສ່​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ".

ໃນ​ມື້​ດັ່ງ​ກ່າວ, ກະ​ຊວງສຶກ​ສາ​ທິ​ການຈີນ, ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຕົວ​ໜັງ​ສື​ແລະ​ພາ​ສາ​ແຫ່ງ​ຊາດຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ປັກ​ກິ່ງ ໂດຍ​ໄດ້​ໃຫ້​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ວຽກ​ງານ​ຕົວ​ໜັງ​ສື​ແລະ​ພາ​ສາ​ຂອງ​ຈີນ​ໃນປີ 2017. ຂ່າວ​ແຈ້ງວ່າ, ຖານ​ຂໍ້​ມູນ​ສຳ​ລັບ​ບຸກ​ຄະ​ລາ​ກອນ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ທີ່​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຕົວ​ໜັງ​ສື​ແລະ​ພ​າ​ສ​າ​ແຫ່ງ​ຊາດ​ສ້າງ​ຂຶ້ນ​ນັ້ນ ໄດ້​ເກັບ​ບັນ​ທຶກບຸກ​ຄະ​ລາ​ກອນ​ພາ​ສາ​ຕ່າງ​ປະ​ເທດ​ລະ​ດັບ​ສູງ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ 121 ແຫ່ງ​ຈຳ​ນວນ 27.000 ກວ່າຄົນ, ຍັງ​ມີ​ຂໍ້​ມູນ​ຂອງ​ນັກ​ສຶກ​​ສາ​ຮຽນພາ​ສາ​ຕ່າງ​ປະ​ເທດ​ ພ້ອມ​ອາ​ຈານ​ສອນ​ຂອງມະ​ຫາ​ວິ​ທະ​ຍາ​ໄລເກືອບ 900 ແຫ່ງ​ແຕ່​ປີ 2010 ຜ່ານ​ມາ​ອີກ​ດ້ວຍ.