ມະ​ຫາ​ວິ​ທະ​ຍາ​ໄລຢຸນ​ນານ​ແລະ "ເຮືອນ​ເກົ່າ​ອູ​ທັນ​" ມຽນ​ມາ​ຮ່ວມ​ກັນ​ຫາ​ລື​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ມຽ​ນ​ມາ
  2018-05-30 15:45:12  cri
ວັນ​ທີ 28 ພຶດ​ສະ​ພາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ມຽນ​ມາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຢຸນ​ນານ​​ຈີນ ແລະ "ເຮືອນ​ເກົ່າ​ອູທັນ​" ເຊິ່ງ​ເປັນ​ອົງ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຂອງ​ມຽນ​ມາ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ "ກອງ​ປະ​ຊຸມ​ສຳ​ມະ​ນາ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ" ຢູ່​ນະ​ຄອນ​ຢາງ​ກຸ້ງທີ່​ເປັນ​ຕົວ​ເມືອງ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມຽນ​ມາ,ໂດ​ຍ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ສ້າງ​ແລວ​ທາງເສດ​ຖະ​ກິດ​ຈີນ-ມຽນ​ມາ.

ຜູ້​ແທນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄ​ລ​ແລະ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຈີນ,​,ວົງ​ການ​ການ​ເມືອງ, ວົງ​ການ​ການ​ຄ້າ ແລະ ວົງ​ການ​ວິ​ຊາ​ການຂອງມຽນ​ມາ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ດັ່ງ​ກ່າວ.ໂດຍ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ 3 ຫົວ​ຂໍ້​ຄື: "ການ​ເຊື່ອມ​ຈອດ​​ຄົມ​ມະ​ນາ​ຄົມ", "ການ​ຮ່ວມ​ມື​ດ້ານພະ​ລັງ​ງານແລະ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ" "​ວັດ​ທະ​ນະ​ທຳ, ການ​ເຊື່ອມ​ສຳ​ພັນ​ທາງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ແລະ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ".

ໃນ​ກອງ​ປະ​ຊຸມ,ບັນ​ດາ​ຜູ້​ແທນຍັງ​ໄດ້​ຮ່ວມ​ສະ​​ເໜີ​ຄວາມ​ຄິດ​ຂອງ​ຕົນ​ກ່ຽວ​ກັບ​ວິ​ທີ​ທາງ​ໃນການຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​, ການ​ຮ່ວມ​ມື​ດ້ານພະ​ລັງ​ງານ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ໃນ​ຂອບ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ຕື່ມ​ອີກ.