ແອັ​ສ​ປາຍອາດ​ຈະ​ບັນ​ລຸ​ການ​ຊຳ​ລະ​ເງິນດ້ວຍ​ບັດ​ຢູ​ນຽນ​ເພ 100%
  2018-05-30 15:45:10  cri
ບໍ​ລິ​ສັດ​ຢູ​ນຽນ​ເພ​ສາ​ກົນ​(Union Pay)ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 29 ພຶດ​ສະ​ພາ​ນີ້​ວ່າ, ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ກາ​ນ​ຊຳ​ລະເງິນດ້ວຍ​ບັດ​ຢູ​ນຽນ​ເພ​ຂອງ​ຕະ​ຫຼາດ​ເອີ​ຣົບ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ມາ​ຮອດ​ປັດ​ຈຸ​ບັນ, ແອັ​ສ​ປາຍ​ໄດ້​ມີ​ຕູ້ ATM ແລະ ເຄື່ອງ​ຮູດ​ຊຳ​ລະ​ເງິນ ​POS ຂອງ​ຮ້ານ​ຄ້າ 90% ຮອງ​ຮັບ​ການ​ຈ່າຍ​ໂດຍ​ໃຊ້​ບັດ​ຢູ​ນຽນ​ເພ, ຄາດ​ວ່າ​ໃນ​ປີ​ນີ້, ຕູ້ ATM ​ ແລະ​ຮ້ານ​ຄ້າປ້ຳ​ນ້ຳ​ມັນ​ໃນ​ເຄືອ​ຕ່າງໆທັງ​ໝົດ​ຂອງ​ແອັ​ສ​ປາຍ​ຈະ​​ຮອງຮັບການ​ຊຳ​ລະ​ດ້ວຍ​ບັດ​ຢູ​ນຽນ​ເພ​ຢ່າງ​ຮອບ​ດ້ານ.

ບໍ​ລິ​ສັດ​ຢູ​ນຽນ​ເພ​ສາ​ກົນ​ໄດ້​ອ້າງ​ຕາມ​ການ​ລາຍ​ງານ​ຂອງ​ສື່ມວນ​ຊົນ​ແອັ​ສ​ປາຍ​ມາ​ລາຍ​ງານ​ວ່າ, ປີ 2017, ແອັ​ສ​ປາຍ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ 7,18 ແສນ​ຄົນ, ​ເພີ່ມ​ຂຶ້ນ 4 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2012.

ປັດ​ຈຸ​ບັນ, 39 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ເອີ​ຣົບ​ໄດ້​ມີ​ຮ້ານ​ຄ້າ​ຫຼາຍກວ່າ 3 ລ້ານ​ຮ້ານ​ຮອງ​ຮັບ​ການ​ຊຳ​ລະ​ເງິນ​ດ້ວຍ​ບັດ​ຢູ​ນຽນ​ເພ,ກວມ​ຫຼາຍກວ່າ 60% ຂອງ​ຮ້ານ​ຄ້າ​ທັງ​ໝົດ​ຂອງ​ເອີ​ຣົບ.