ອາ​ຈານ​ຈາກ​ແຂວງ​ຟູ​ຈ້ຽນ 79 ຄົນ​ຈະ​ເດີນ​ທາງ​ໄປສອນ​ພາ​ສາ​ຈີນ​ຢູ່​ຟີ​ລິບ​ປິນ​ແລະ​ອິນ​ໂດ​ເນ​ເຊຍ
  2018-05-31 14:55:17  cri
ວັນ​ທີ 30 ພຶດ​ສະ​ພາ​ນີ້, ສູນ​ຂ່າວມະ​ຫາ​ວິ​ທະ​ຍາ​ໄລຫົວ​ສຽວ​ຈີນ​ໄດ້​ໃຫ້​ຮູ້​ຢູ່​ເມືອງ​ສວນ​ໂຈ່ວ​ແຂວງ​ຟູ​ຈ້ຽນ​ວ່າ, ຜ່ານ​ການ​ອົບ​ຮົມ​ເປັນ​ເວ​ລາ 5 ວັນ, ອາ​ຈານ​ຈາກ​ແຂວງ​ຟູ​ຈ້ຽນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໄປ​ຕ່າງ​ປະ​ເທດ 79 ຄົນ​ໄດ້​ສຳ​ເລັດ​ການ​ອົບ​ຮົມ​ກ່ອນ​ການ​ເດີນ​ທາງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄ​ລ​ຫົວ​ສຽວ​ຈີນ,ແລະ​ຈະ​ເດີນ​ທາງ​ໄປ​ສອນ​ພາ​ສາ​ຈີນຢູ່​ຟີ​ລິບ​ປິນ​ແລະ​ອິນ​ໂດ​ເນ​ເຊຍໃນ​ມໍ່ໆ​ນີ້.

ທ່ານ ຈ່າງ​ຈື້​ຢິ່ງ ຫົວ​ໜ້າ​ພະ​ແນກ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳຫ້ອງ​ການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​​ແຂວງ​ຟູ​ຈ້ຽນ​ກ່າວ​ວ່າ, ໃນ 5 ປີ​ຜ່ານ​ມາ, ຢູ່​ແຂວງ​ຟູ​ຈ້ຽນ​ມີຄູ-​ອາ​ຈານ​ສອນ​ພາ​ສາ​ຈີນ​ທັງ​ໝົດ 300 ກວ່າ​ຄົນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໄປ​ສອນ​ຢູ່ໂຮງ​ຮຽນ​ສອນ​ພາ​ສາ​ຈີນຂອງ​ປະ​ເທດ​ຢູ່ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ຄື: ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ,ຈີ​ເລແລະ​ໂບ​ລີ​ວີ​ເປັນ​ຕົ້ນ ເຊິ່ງໄດ້​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ທີ່​ຂາດ​ຄູ-​ອາ​ຈານ​ສອນ​ພາ​ສາ​ຈີນ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ແລະໄດ້​​ຊ່ວຍຍົກ​ລະ​ດັບ​ການ​ສອນ​ແລະ​ການ​ຫັນ​ປ່ຽນ​ຮູບ​ແບບການ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ​ຂອງ​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ.

ປີ 2018, ຈຳ​ນວນ​ຄູ-ອາ​ຈານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໄປ​ສອນ​ພາ​ສາ​ຈີນ​ຢູ່​ຕ່າງ​ປະ​ເທດ​ຄາດ​ວ່າ​ມີທັງ​ໝົດ​ປະ​ມານ 1.000 ຫາ 1.100 ຄົນ, ກວມ​ເອົາ​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ 280 ກວ່າ​ແຫ່ງ​ໃນ 33 ປະ​ເທດ.