ການ​ປະ​ຕິ​ຮູບ​ຂອງເສດ​ຖະ​ກິດ​ຈີນ​ໃນ​ຂົງ​ເຂດ​ທີ່​ສຳ​ຄັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ
  2018-05-31 14:55:15  cri
ວັນ​ທີ 30 ພຶດ​ສະ​ພາ​ນີ້, ທ່ານ ເຈັມ​ສ ດາ​ເນວ ຜູ້​ຊ່ວຍ​ພາກ​ສ່ວນ​ອາ​ຊີ​ປາ​ຊີ​ຟິກ​ຂອງອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ​ກ່າວ​ຢູ່​ປັກ​ກິ່ງວ່າ, ການ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ບາງຂົງ​ເຂດ​ທີ່​ສຳ​ຄັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ,ຄື: ໄດ້​ເລັ່ງ​ລັດ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສ່ຽງ​ຂອງ​ພາກ​ສ່ວນ​ການທະ​ນາ​ຄານ;ຄວາມ​ໄວ​ເພີ່ມ​ຂຶ້ນ​ຂອງ​ເງິນ​ກູ້ສິນ​ເຊື່ອ​ໄ​ດ້​ຫຼຸດ​ລົງ;ສືບ​ຕໍ່​ຊຸກ​ຍູ້​ການ​ຫຼຸດ​ຜ່ອນຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ທີ່​ເຫຼືອ​ເກີນ​ໄປ;ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນການຄວບ​ຄຸມ​ສິ່ງມົນ​ລະ​ພິດ;ຊຸກ​ຍູ້​ຂະ​ບວນ​ການ​ເປີດ​ປະ​ຕູ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ເຈັມ​ສ ດາ​ເນວ ກ່າວ​ຕື່ມ​ວ່າ, IMF ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​ຫັນ​ປ່ຽນ​ຈຸດ​ສຸມນະ​ໂຍ​ບາຍ​ຂອງຕົນ​ໂດຍຈ​າກ​ການ​ເນັ້ນ​ການເຕີບ​ໂຕ​ທີ່​ມີ​ຄວາມ​ໄວ​ສູງ​​ມາເປັນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ຂາດ​ຕົວ,ພ້ອມ​ທັງ​ສະ​ເໜີ​ໃຫ້​ຄວບ​ຄຸມ​ການ​ເຕີບ​ໂຕ​ຂອງ​ເງິນ​ກູ້​ສິນ​ເຊື່ອ,ຊຸກ​ຍູ້​ການ​ບໍ​ລິ​ໂພກ​ຕື່ມ​ອີກ,ເລັ່ງ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ອື່ນໆ.

ນອກ​ນີ້, ທ່ານ​ ດາ​ເນວ ຍັງກ່າວ​ຕື່ມ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ແມ່ນ​ຂໍ້​ລິ​ເລີ່ມ​ທີ່ໜ້າ​ຊົມ​ເຊີຍ​ແລະ​ມີ​ລັກ​ສະ​ນະ​ເປັນ​ການ​ປະ​ຕິ​ຮູບ​ແບບໜຶ່ງ.