ມາ​ເລ​ເຊຍ​ຈະ​ຢຸດ​ການ​ຄົ້ນ​ຫາ​ເຮືອບິນ​ມາ​ເລ​ເຊຍ​MH 370
  2018-05-31 15:11:56  cri
ວັນ​ທີ 30 ພຶດສະພາ​ນີ້, ທ່ານ​ມາ​ຮາ​ເທຍ ບິນ ​ໂມ​ຮາ​ມັດ ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​ກ່າວ​ຢູ່ສຳນັກງານ​ນາຍົກລັດຖະມົນຕີ​ເມືອງ​ປູຕຼາຈາ​ຢາວ່າ​: ຈະ​ຢຸດ​ການ​ຄົ້ນ​ຫາ​ເຮືອບິນ​ມາ​ເລ​ເຊຍ​MH 370, ​ແຕ່​ຖ້າ​ມີ​ຂໍ້​ມູນ​ໃໝ່​ລັດຖະບານ​ອາດ​ເລີ່​ມການ​ຄົ້ນ​ຫາ​ອີກ.
ທ່ານ​ມາ​ຮາ​ເທຍກ່າວ​ຕໍ່​ນັກ​ຂ່າວ​ພາຍ​ຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມຄະນະ​ລັດຖະບານ​ວ່າ: ການ​ຄົ້ນ​ຫາ​ໃນ​​ຫຼາຍ​​ເດືອນ​ຜ່ານ​ມາ​ກໍ​ບໍ່​ມີ​ໝາກຜົນຫຍັງ, ການ​ຄົ້ນ​ຫາ​ບໍ່​ສາມາດ​ດຳ​ເນີນຕໍ່​ໄປ​ໄດ້, ສະ​ນັ້ນ​ເຖິງ​ເວລາ​ຢຸດຕິ​ໃນ​ການ​ຄົ້ນ​ຫາ​ແລ້ວ. ທ່ານ​ກ່າວ​ຕື່ມ​ວ່າ: ຖ້າ​ມີ​​ໃຜ​ສາມາດສະໜອງ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ໄດ້​ຕື່ມ​, ມາ​ເລ​ເຊຍ​ອາດ​ເລີ່​ມ​ຄົ້ນ​ຫາ​ຄືນ​ອີກຄັ້ງ​ໜຶ່ງ.