ສປປ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ​ຈັດການ​ເຈລະຈາ​ຢູ່​​ເຂດປານ​ມູນ​ຈອມ
  2018-05-31 15:15:52  cri
ວັນ​ທີ 30 ພຶດສະພາ​ນີ້, ​ເຈົ້າ​ໜ້າ​ທີ່​ສປປ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ​ໄດ້ພົບ​ປະ​ເຈລະຈາ​ຢູ່​ເຂດ​ປານ​ມູນ​ຈອມ​​​ເບື້ອງ​ສປປ.​ເກົາຫຼີ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້ການ​ເຈລະຈາ​ລະຫວ່າງ​ປະມຸກ​ລັດສອງ​ປະ​ເທດ.
ຕາມການ​ລາຍ​ງາ​ນຈາກ​ສື່​ມວນ​ຊົນຫຼາຍ​ແຫ່ງ ຄື: ຂ່າວສານຢອນ​ຮັບ, ວິທະຍຸ​ກະຈາຍສຽງ​ສາກົນ​ສ.​ເກົາຫຼີ ​ແລະ​ອື່ນໆວ່າ: ຜູ້ຕາງໜ້າ​ຂອງ​ສປປ.​ເກົາຫຼີ ​ແລະ​ອາ​ເມລິ​ກາ​ໄດ້​ດຳ​ເນີນ​ການ​ເຈລະຈາ​ເທື່ອ​ທີສອງ​ຢູ່​ເຂດ​ປານ​ມູນ​ຈອມ​ເບື້ອງ​ສປປ.​ເກົ​າຫຼີ. ​ເຖິງ​ແມ່ນ​ວ່າ​ບໍ່​ຮູ້ເນື້ອ​ໃນ​ຕົວ​ຈິງຂອງ​ການ​ເຈລະຈາກໍ​ຕາມ, ​ແຕ່ມີບັນຍາ​ກາດທີ່​ດີ, ຫວັງ​ວ່າ​​ຜ່ານການ​ພົບ​ປະລະຫວ່າງ​​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຈະສາມາດ​​ເຮັດ​ໃຫ້ການ​ເຈລະຈາ​ລະຫວ່າງຜູ້ນຳ​ສູງ​ສຸດສປປ.​ເກົາຫຼີ ​ແລະ​ປະທານາທິບໍດີອາ​ເມ​ລິ​ກາ​ຈະມີ​ໝາກຜົນ​ອັນ​ຈົບງາມ.