ຟິລິບ​ປິ​ນອອກ​ກົດໝາຍ​ໃໝ່​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​​ໃນການ​ດຳ​ເນີນ​ທຸລະ​ກິດ
  2018-05-31 15:31:15  cri
ວັນ​ທີ 28 ພຶດສະພາ​ນີ້, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ໄດ້​ລົງນາມປະກາດ "ກົດໝາຍ​ໃໝ່​ເພື່ອ​ຄວາມ​ສະ​ດວກ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະຍົກສູງ​ປະສິດທິ​ພາບຂອງ​ລັດຖະບານ​ໃນ​ປີ 2018". ລັດຖະບານ​ຟິລິບ​ປິນຫວັງ​ວ່າ: ​ກົດໝາຍ​ໃໝ່​ນີ້​ສາມາດ​ເຮັດ​ໃຫ້​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະລະບຽບ​ການ​ປະຕິບັດ​ງານ​ທຸກ​ປະການ​ຂອງລັດຖະບານ​​ກະທັດ​ຮັດ​ງ່າຍ​ຂຶ້ນ​ກວ່າ​ເກົ່າ ​ແລະ​ຍົກ​ສູງ​ປະສິດທິພາບ​ໃນ​ການ​ເຮັດ​ວຽກຂອງ​ລັດຖະບານ ​ເພື່ອ​ປັບປຸງສະພາບແວ​ດລ້ອມ​​ໃນການ​ດຳ​ເນີນ​ທຸລະ​ກິດ​​ໃນ​ທົ່ວ​ປະ​ເທດ​ໄດ້​ຢ່າງ​ສະດວກ​ສະບາຍ​ກວ່າ​ເກົ່າ.
ກົດໝາຍ​ໃໝ່​ນີ້​ໄດ້​ລະບຸວ່າ: ນັບ​ແຕ່​ປະຊາຊົນ​​ໄດ້ສະ​ເໜີ​ຄຳຮ້ອງ​ຂໍ​​ເປັນ​ຕົ້ນ​​ໄປ, ອົງການ​ລັດຖະບານ​ຕ້ອງ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ ​ແລະສຳ​ເລັດ​ໃນ​ການ​ປະຕິບັດ​ວຽກ​ງານ​ຂັ້ນ​ຕົ້ນ​ຂອງ​ຕົນ​ພາຍ​ໃນ 3 ມື້, ​​ແລະ​ໃຫ້ສຳ​ເລັດ​ວຽກ​ງານຕ່າງໆ​ພາຍ​ໃນ 7 ມື້ ​ແລະສຸດ​ທ້າຍຕ້ອງ​ໃຫ້ສຳ​ເລັດວຽກ​ງານ​ດ້ານເຕັກນິກ​​ສູງ​ພາຍ​ໃນ 20 ມື້. ຖ້າ​ບໍ່ສາມາດ​​ເຮັດ​ສຳ​ເລັດ​ຕາມ​ເວລາ​ກຳນົດ, ພະນັກງານ​ຈະ​ຖືກ​ປັບ​ໃໝ ​ແລະ​ຖື​ກປະຕິບັດ​ກົດ​ລະບຽບ​ທີ່​ກຳນົດ​ໄວ້. ​ກົດໝາຍ​ນີ້​ຍັງ​ແນ​ໃສ່​ປ້ອງ​ກັນ​ການສໍ້​ລາດ​ບັງ​ຫຼວງ​ອີກ​ດ້ວຍ.
​ບົດ​ລາຍ​ງານ​ກຳລັງ​ການ​ແຂ່ງຂັນ​ໂລກ​ປີ 2018 ທີ່​ປະກາດ​ໂດຍ​ສາກົນສະ​ຖາ​ບັນ​ບໍລິຫານ​ການ​ພັດທະນາ​ສາກົນນະຄອນ​ໂລຊານ​ປະ​ເທດ​ສະ​ວິດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ກຳລັງ​ການ​ແຂ່ງຂັນ​ລວມຂອງ​ຟິລິບ​ປິນ​​ຢູ່​ອັນ​ດັບ​ທີ 50 ຂອງກຸ່ມ​​ເສດ​ຖະກິດ​ໂລກ​​ໃນ​ຈຳນວນທັງ​ໝົດ 63 ​ແຫ່ງ, ຫຼຸດ​ລົງ 9 ອັນ​ດັບທຽບ​​ໃສ່​ປີ 2017.