ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືຄວາມ​ໝັ້ນ​ຄົງ​​ແລະ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຟ​ຣິ​ກາຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ຈີນ​ໃນ​ທ້າຍ​ເດືອນ​ນີ້
  2018-06-01 10:55:45  cri
ທ່ານ​ເຢິນ​ໂກວ​ສຽງ ໂຄ​ສົກ​ກະ​ຊວງ​ປ້​ອງ​ກັນ​ປະ​ເທດ​ຈີນ​ ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່​ານ​ມາຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄວາມ​ໝັ້ນ​ຄົງ​​ແລະ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຟ​ຣິກ​ກາ​ຄັ້ງ​ທຳ​ອິດ​ຢູ່​ຈີນ​ແຕ່​ວັນ​ທີ 26 ມິ​ຖຸ​ນາ​ຫາ​ວັນ​ທີ 10 ກໍ​ລະ​ກົດ​ທີ່​ຈະ​ມາ​ເຖິງ​ນີ້​ໂດຍ​ຈະ​ເຊື້ອ​ເຊີນ​ຫົວ​ໜ້າ​ຂະ​ແໜງ​ການ​ປ້ອງ​ກັນ​​ປະ​ເທດ​, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສກອງ​ທັບ​ອາ​ຟ​ຣິກ​ກາ​ກໍ​ຄື​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "ເກາະ​ແຂນ​ຮ່ວມ​ມື​ກັນ,ຮັກ​ສາແລະ​ຊ່ວຍ​ເຫຼືອ​ກັນ", ຕົ້ນ​ຕໍ​ຈະ​ຫາ​ລື​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ, ການ​ສ້າງ​ຄວາມ​ສາ​ມາດ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ອາ​ຟ​ຣິກ​ກາ, ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​​ປະ​ເທດແລະ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ຈີນ-ອາ​ຟ​ຣິກ​ກາ​ແລະ​ບັນ​ຫາ​ອື່ນໆ, ຜູ້​ແທນ​ຈາກ​ຂະ​ແໜງ​ການ​ປ້ອງ​ກັນ​​ປະ​ເທດ​ອາ​ຟ​ຣິກ​ກາ​ຈະ​ຢ້ຽມ​ຊົມ​ກອງ​ທັບ​ບົກ,​ກອງ​ທັບ​ເຮືອແລະກອງ​ທັບ​ອາ​ກາດ​ຂອງ​ຈີນ.

ທ່ານ​ເຢິນ​ໂກວ​ສຽງ​ກ່າວ​ຕື່ມ​ວ່າ: ເຊື່ອ​ໝັ້ນ​ວ່າກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ຈີນ-ອາ​ຟ​ຣິກ​ກາ​ຄັ້ງ​ນີ້​ຈະ​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ສຳ​ລັບ​ຈີນ-ອາ​ຟ​ຣິກ​ກາ​ເພື່ອ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​, ການ​ພັດ​ທະ​ນາ​ແລະ​ສົ່ງ​ເສີມ​ການ​ຮ່ວມ​ມື, ​ພ້ອມ​ທັງຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ອາ​ຟ​ຣິກ​ກາ​ກໍ​ຄື​ຂອງ​ໂລກ.