ງານ​ອາ​ຫານ​ອາ​ຊຽນ​ຄັ້ງ​ທີ 3 ມີຫົວ​ຂໍ້"ມຽນ​ມາ​ສີ​ຄຳ​"ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
  2018-06-01 10:56:44  cri
ງານ​ອາ​ຫານ​ອາ​ຊຽນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​​ໂຮງ​ແຮມ​ຊົນ​ເຜົ່າ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 30 ພຶດ​ສະ​ພາ​ຜ່ານ​ມາ. ໂດຍ​ມີຫົວ​ຂໍ້​ "ສີ​ຄຳ​ມຽນ​ມາ" ຈະ​ດຳ​ເນີນໄປເປັນ​ເວ​ລາ 16 ວັນ​,ເພື່ອ​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ອາ​ຫາ​ນ​ທີ່​ເປັນ​ມູນເຊື້ອ​ຂອງ​ມຽນ​ມາ​ທີ່​ປະ​ກອບ​ມີ​ຫຼາ​ຍ​ຊົນ​ເຜົ່າ.

ພໍ່​ຄົວ​ທີ່​ມີ​ຊື່​ສຽງ​ຂອງ​ມຽນ​ມາ​ເຂົ້າ​ຮ່ວມ​ງານ​ແມ່ນ​ຂັ້ນ​ຕອນ​ທີ່​ສຳ​ຄັນ​ແລະ​ເປັນ​ຈຸດ​​ຮຸ່ງ​ໃສຂອງ​ງານ​ອາ​ຫານ​ຄັ້ງ​ນີ້. ທ້າວ ໂບ​ໂບ​ຕິນ ​ແລະ ທ້າວ ອາງ​ມຽວ​ຕູ ​ຕ່າງ​ກໍ່​ມາ​ຈາກ​ນະ​ຄອນ​ຢາງ​ກຸ້ງ​ຂອງ​ມຽນ​ມາ, ເຂົາ​ເຈົ້າ​ຈະ​ຄົວ​ອາ​ຫານ​ມຽນ​ມາ​ທີ່​ແຊບ​ໃຫ້​ແກ່​ລູກ​ຄ້າ.

ໃນ​ໄລ​ຍະ​ງານ​ອາ​ຫານ,ພໍ​ດີ​ຖື​ກ​ກັບ​ວັນ​ເດັກ​ນ້ອຍ​ສາ​ກົນ​ທີ 1 ມິ​ຖຸ​ນາ, ມຽນ​ມາ​​ຈຶ່ງ​ໄດ້ຕັ້ງ​ໃຫ້​ມີວັນ​ຫົວ​ຂໍ້​ເດັກ​ນ້ອຍ​ແລະ​ວັນ​ຫົວ​ຂໍ້​ວັດ​ທະ​ນະ​ທຳ​ມຽນ​ມາ​ໃນ​ງານ​ຄັ້ງ​ນີ້. ແລະຮອດ​ເວ​ລາ​ນັ້ນ ພວກ​ເດັກ​ນ້ອຍ​ຈະ​ສາ​ມາດ​ສຳ​ຜັດ​ກັບ​ພິ​ທີ​ທາ​ໜ້າ​ກັນ​ແດດ"Thanakha"​,ວັດ​ທະ​ນະ​ທຳ​ເຄື່ອງ​ນຸ່ງ,ຄັນ​ຫົ່ມ​​ເຈ້ຍມັນ​ຮູບ​ແຕ້ມ​ແລະຕີ​ໝາກ​ຄ່າງທີ່​ເປັນ​ປະ​ເພ​ນີ​ຂອງ​ມຽ​ນ​ມາ,ນອກ​ຈາກ​ນີ້​ຍັງ​ໄດ້ຊິມ​ອາ​ຫານ​ຊະ​ນິດ​ຕ່າງໆ​ທີ່​ເຮັດ​ດ້ວຍ​ຊາ​ມຽນ​ມາ​ແລະ​ອື່ນໆອີກ​ດ້ວຍ.