ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ການ​ຮ່ວມ​ມື​ຕະ​ຫຼາດ​ຝ່າຍ​ທີ 3 ຈີນ-ຍີ່​ປຸ່ນແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ໄທ​ຈັດ​ຂຶ້ນ​ຢູ່​ບາງກອກ
  2018-06-01 10:56:44  cri
ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ການ​ຮ່ວມ​ມື​ຕະ​ຫຼາດ​ຝ່າຍ​ທີ 3 ຈີນ-ຍີ່​ປຸ່ນ​ຂອງ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ໄທໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ ໂດຍມີຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ຈາກ 3 ປະ​ເທດ​ຄື:ຈີນ,ໄທ​ແລະ​ຍີ່​ປຸ່ນ​ປະ​ມານ 150 ຄົນ​ເຂົ້າ​ຮ່ວມ.

ທ່ານ ນິ້ງ​ຈີ​​ເຈີ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​​ຊາດຈີນ​ກ່າວ​ປາ​ໄສວ່າ, ຜູ້​ນຳ​ 3 ປະ​ເທດ​ຈີນ,ໄທ​ແລະ​ຍີ່​ປຸ່ນ​ໄດ້​ໃຫ້​ຄວາ​ມ​ສຳ​ຄັນ​ສູງ​ຕໍ່​ການ​ຮ່ວມ​ມື 3 ຝ່າຍ​ຂອງ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ,ສາມ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ແລກ​ປ່ຽນ​ທາງ​ດ້ານ​ນະ​ໂຍ​ບາຍ​ລະ​ຫວ່າງ​ພາກ​ສ່ວນ​ລັດ​ຖະ​ບານ,ເພີ່ມ​ທະ​ວີ​ການ​ຊີ້​ນຳ​ແລະ​ການ​ບໍ​ລິ​ການ​ໂດຍ​ລວມ​ຕໍ່​ວິ​ສາ​ຫະ​ກິດ,ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ຂອງ 3 ຝ່າຍ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ ພັດ​ທະ​ນາ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ໃນ​ການ​ສຳ​ມະ​ນາ, ທ່ານ ຄະ​ນິດ ແສງ​ສຸ​ບັນ ເລ​ຂາ​ທິ​ການ​ຫ້ອງ​ການ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ໄທ​ໄດ້​ແນະ​ນຳ​ໂດຍ​ຫຍໍ້​ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ​ທີ່​ໄດ້​ຮັບ​ໃນ​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ. ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ​ຈາກ​ຈີນ​ແລະ​ຍີ່​ປຸ່ນ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ລົງ​ທຶນ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ,ຂະແໜງ​ການ​ແລະ​ຂົງ​ເຂດ​ຈຸດ​ສຸມ​ທີ່​ 3 ຝ່າຍ​ອາດ​ຈະ​ດຳ​ເນີນ​ການ​ຮ່ວມ​ມືແລະ​ອື່ນໆ.