ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​​ຮັກ​ສາ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ
  2018-06-01 11:21:24  cri
ທ່ານ ເຊີ​ເກ ລາ​ວ​ຼົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ຢູ່​ນະ​ຄອນ​ຫຼວງພຽງ​ຢາງ ສ​ປ​ປ ເກົາ​ຫຼີ​ວ່າ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງຈະ​ສາ​ມາດ​ປະ​ຕິ​ບັດ​ການຢ່າງ​ສຸ​ຂຸມ​ຮອບ​ຄອບ,ປົກ​ປັກ​ຮັກ​ສາ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ. ຣັດ​ເຊຍ​ຫວັງ​ວ່າ​ຈະ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ ສ​ປ​ປ ເກົາ​ຫຼີ ແລະ ສ.ເກົາ​ຫຼີ ຕື່ມ​ອີກ.

ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​​ແຈ້ງໃຫ້​ຮູ້​ວ່າ: ທ່ານ ເຊີ​ເກ ​ລາວ​ຼົ​ຟ ໄດ້​ເດີນ​ທາງ​​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ ໃນ​ມື້​ດັ່ງ​ກ່າວ​​ແລະໄດ້​ພົບ​ປະໃນ​ເວ​ລາ​ສັ້ນ​ໆກັບ​ທ່ານ ກິມ​ເຈີງ​ອູນ ຜູ້​ນຳ​ສູງ​ສຸດ​ຂອງ ສ​ປ​ປ ເກົາ​ຫຼີ ຢູ່​ນະ​ຄອນ​ຫຼວງ​ພຽງ​ຢາງ. ທ່ານ ເຊີ​ເກ ​ລາວ​ຼົ​ຟ ກ່າວ​ໃນ​ການ​ພົບ​ປະ​ວ່າ, ຣັດ​ເຊຍ​ຫວັງ​ວ່າ​ຈະ​ສາ​ມາດ​ເຫັນ​ແຫຼ​ມ​ເກົາ​ຫຼີ​ກໍ່​ຄື​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​​ມີ​ສັນ​ຕິ​ພາບ,ສະ​ຖ​ຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ,ຣັດ​ເຊຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຕໍ່ "ຖະ​ແຫຼງ​ການ​ປານ​ມູນ​ຈອມ" ທີ່​ສ​ປ​ປ ເກົາ​ຫຼີ ແລະ ສ.ເກົ​າ​ຫຼີ​​ເຊັນ​ກັນໃນ​ເມື່ອ​ກ່ອນ,ພ້ອມ​ທັງ​ຍິນ​ດີ​ປະ​ກອບ​ສ່ວນ​ຕໍ່​ການ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ດັ່ງ​ກ່າວ.

​ໂອ​ກາດ​ນີ້, ທ່ານ ເຊີ​ເກ ລາວ​ຼົ​ຟ ຍັງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຮັດ​ເຊຍ​ຕໍ່​ທ່ານ ກິມ​ເຈີງ​ອູນ, ພ້ອມ​ທັງ​ເຊື້ອ​ເຊີນ​ທ່ານ​ກິມ​ເຈີງ​ອູນ​ໄປ​ຢ້ຽມ​ຢາມ​ຣັດ​ເຊຍຕາມ​ເວ​ລາ​ທີ່​ເໝາະ​ສົມ.