ໄທ​ຈະ​ສືບ​ຕໍ່​ສື​ບສວນ​ຫາທ່ານ​ນາງ​ຍິ່ງ​ລັກ ​ອະດີດ​ນາຍົກປະ​ເທດ​ຕົນ
  2018-06-04 14:34:13  cri

​​​ໂຄສົກສຳນັກງານ​ຕຳຫຼວດ​ແຫ່ງ​ຊາດ​ໄທ​ກ່າວ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ​ເຈົ້າໜ້າທີ່​ຕຳຫຼວດປະ​ເທດ​ຕົນຈະ​ສືບ​ຕໍ່​ພົວພັນ​ກັບ​ຕຳຫຼວດສາກົນ​ເພື່ອ​ສືບສວນ​ຫາ​ທ່າ​ນນາງ​ຍິ່ງ​ລັກ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ ​ເພື່ອ​ຈັບ​​ໂຕ​ກັບ​ຄືນ​ປະ​ເທດ​ແລະ​ດຳ​ເນີນ​ຄະດີ.

ກ່ອນ​ໜ້າ​ນີ້, ມີຂ່າວ​ລາຍ​ງານ​ວ່າ ທ່ານ​ນາ​ງຍິ່ງ​ລັກ ຊິນນະ​ວັດ​ໄດ້​ວີ​ຊາ​ອັງກິດ​ທີ່​ມີ​ອາຍຸ​ໃຊ້ງານ 10 ປີ ​ແຕ່​ໂຄສົກທ່ານ​ນີ້​ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຕຳຫຼວດບໍ່​ສົນ​ໃຈ​ຕໍ່​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ ​ແລະ​ເນັ້ນວ່າ ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄທ​ມີ​ການ​ພົວພັນ-​ແລກປ່ຽນ​ຂໍ້​ມູນ​ກັບ 190 ກວ່າ​ປະ​ເທດ​ໃນ​ໂລກ​ມາ​ໂດຍ​ຕະຫຼອດ ​ເຖິງ​ວ່າ​ຈະ​ໄລ່​ລ່າເຖິງ​ຟາກ​ຟ້າ​ຝັ່ງ​ສະໝຸດ​ກໍ​ຕາມ ຈະ​ຕ້ອງ​ຈັບ​​ໂຕນາງ​ຍິ່ງ​ລັກ​ໃຫ້​ໄດ້.

​​ໂຄສົກ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ: ປັດຈຸບັນ​ຍັງ​ບໍ່​ຮູ້​ຄັກ​ແນ່​ວ່າ ນາງ​ຍິ່ງ​ລັກ​ຖື​ໜັງສືຜ່ານ​ແດນ​ປະ​ເທດ​ໃດ ​ແຕ່​ສາມາດ​ຢືນຢັນ​ໄດ້​ວ່າ​ບໍ່​ແມ່ນ​ໜັງສື​ຜ່ານ​ແດນ​ປະ​ເທດ​ໄທ​ຢ່າງ​ແນ່ນອນ.
ກ່ອນ​ໜ້າ​ນີ້ ຄື​ວັນ​ທີ 31 ພຶດສະພາ​ຜ່າ​ນມາ​ນີ້, ທ່ານສີ​ວະຣາ ຮັງ​ສິພຣາມະນະ​ກຸນ ຮອງຫົວໜ້າ​ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດ​ໄທ ​ເຄີຍ​ກ່າວ​ຕໍ່​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ຕົນ​ຍັງ​ບໍ່​ໄດ້​ຢືນຢັນຂໍ້ເທັດ​ຈິງຕໍ່​ເລື່ອງ​ນີ້​ເທື່ອ ​ແຕ່​ຖ້າວ່າ​ນາງ​ຍິ່ງ​ລັກ​ໄດ້​ວີ​ຊາ​ອາຍຸ 10 ປີ​ຈາກ​ອັງກິດ​​ແທ້ ກໍ​ຈະ​ເຮັດ​ໃຫ້ການ​ຈັບ​​ໂຕກັບ​ຄືນປະ​ເທດ​ເພື່ອ​ດຳ​ເນີນ​ຄະດີນັ້ນ​ສັບສົນ​ຍິ່ງ​ຂຶ້ນ.