4 ​ເດືອນ​ທຳ​ອິດ ການ​ສົ່ງ​ອອກ-ນຳ​ເຂົ້າການ​ບໍລິການຂອງ​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ
  2018-06-05 16:52:24  cri

ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ວ່າ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ມູນ​ຄ່າ​ການ​ສົ່ງ​ອອກ-ນຳ​ເຂົ້າຂອງ​ຂະ​ແໜງ​ການ​ບໍລິການ​ຈີນ​ບັນລຸ​ກວ່າ 1.600 ຕື້​ຢວນ ​ເພີ່ມຂຶ້ນ 11,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ເຊິ່ງ​ເປັນ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ​ຕໍ່​ເນື່ອງ. ທ່ານຫຼີຢວນ ຮອງ​ຫົວ​ໜ້າ​ກົມ​ການ​ຄ້າ​ການ​ບໍລິການ ກະຊວງ​ການ​ຄ້າ​ຈີນ ກ່າວ​ໃນ​ວັນ​ທີ 5 ມິຖຸນາ​ນີ້​ວ່າ: ​ເສດຖະກິດ​ໂລກ​ມີ​ການ​ພັດທະນາ​ດີ​ຂຶ້ນໂດຍ​ລວມ​ ​ແລະ ນະ​ໂຍບາຍ​ຕ່າງໆ​ຂອງ​ຈີນ ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ສົ່ງ​ອອກ-ນຳ​ເຂົ້າການ​ບໍລິການ​ແລະ​ມີ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ນອກ​ນີ້, ສິ່ງ​ທີ່​ໜ້າ​ສົນ​ໃຈນັ້ນກໍ​ຄື ​ໃນ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ການ​ຄ້າ​ການ​ບໍລິການ​ສືບ​ຕໍ່ຮັກສາທ່າຂະຫຍາຍຕົວຂອງ​ປີຜ່ານມາ ຄື ການ​ສົ່ງ​ອອກ​​ເພີ່ມ​ຂຶ້ນ​ໄວ​ກວ່າ​ການ​ນຳ​ເຂົ້າ ​ແລະ​ການ​ຂາດດຸນ​ກໍຫຼຸດລົງ​​ເລັກ​ໜ້ອຍ. ທ່ານຫຼີຢວນ ຍັງກ່າວ​ວ່າ: ການຂາດ​ດຸນ​ການ​ຄ້າ​ການ​ບໍລິການ​ຂອງ​ຈີນ​ໃນ​ປີ​ນີ້​ອາດ​ຈະ​ສືບຕໍ່ຫຼຸດລົງ.