ລາຍ​ຮັບ​ການທ່ອງທ່ຽວ​ຢູ່​ຕິ​ເບ​ດ​ເພີ່ມ​ຂຶ້ນ 40% ​ໃນ 5 ​ເດືອນທຳ​ອິດ​ຂອງ​ປີ​ນີ້
  2018-06-05 16:57:50  cri
ນະ​ໂຍບາຍ "ການທ່ອງທ່ຽວ​ຢູ່​ຕິ​ເບ​ດ​ໃນ​ລະດູ​ໜາວ" ​​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ມາ​ທ່ຽວຢູ່​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ. ຂໍ້​ມູນ​ສະຖິຕິ​ຈາກ​ຄະນະກຳມະການ​ພັດທະນາ​ການທ່ອງທ່ຽວ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ 5 ​ເດືອນ​ຜ່ານ​ມາ, ຕິ​ເບ​ດ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​​ເຖິງ 5,59 ລ້ານ​​ເທື່ອ​ຄົນ ເພີ່ມຂຶ້ນ 38% ​ແລະ​ສ້າງ​ລາຍ​ຮັບ​ການທ່ອງທ່ຽວ​ຫຼາຍ​ກວ່າ 7 ຕື້​ຢວນ ​ເພີ່ມ​ຂຶ້ນ 41,4% ທຽບ​ໃສ່​ໄລຍະ​ດຽວ​ກັນ.
​ເນື່ອງ​ຈາກເງື່ອນ​ໄຂ​ດິນ​ຟ້າ​ອາກາດ ​ແລະ​ສິ່ງ​ແວດ​ລ້ອມ​ພູມ​ສັນ​ຖານ, ​ເຮັດ​ໃຫ້​ໃນ​ໄລຍະ​ຜ່ານ​ມາ​​ໄດ້ມີ​ນັກ​ທ່ອງ​ທ່ຽວຈຳນວນ​ຫຼາຍ​ເຂົ້າ​ມາຕິ​ເບ​ດ​ໃນ​ລະດູ​ຮ້ອນ, ​ແຕ່​ມີ​ນັກ​ທ່ອງ​ທ່ຽວ​ໜ້ອຍ​ໃນ​ລະດູ​ໜາວ. ​ແຕ່​ໃນ​ປີ 2018 ນີ້, ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວຊົມ​ຕິ​ເບ​ດ​ໃນ​ລະດູ​ໜາວ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ​ຮອດເດືອນ​ພຶດສະພາ, ຈຳນວນ​ນັກ​ທ່ອງ​ທ່ຽວກໍ​​ເພີ່ມ​ຂຶ້ນ​ຢ່າງ​ໄວວາ. ຂໍ້​ມູນ​ສະຖິຕິ​ຈາກ​ຄະນະກຳມະການ​ພັດທະນາ​ການທ່ອງທ່ຽວ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດສະ​ແດງ​ໃຫ້​ເຫັນ​ວ່າ, ພຽງ​ແຕ່​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້, ຕິ​ເບ​ດກໍ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ເຖິງ 2,92 ລ້ານ​​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 20,7% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2017.