ມຽນ​ມາ​ສົ່ງ​ອອກ​ເຂົ້າ​ໄປ​ຂາຍ​ໃຫ້​ສະ​ຫະ​ພາບ​ເອີ​ຣົບເພີ່ມ​ຂຶ້ນ 1,5 ເທົ່າ
  2018-06-06 15:53:33  cri
ສື່ມວນ​ຊົນ​ມຽນ​ມາ​ລາຍ​ງານໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້​ວ່າ: ​ທ່ານ ລູ​ມໍ​ມິນມອງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ເຂົ້າ​ມຽນ​ມາ​ຢືນ​ຢັນ​ໃນ​ມໍ່ໆ​ນີ້​ວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສິດ​ທິ​ພິ​ເສດ​ທາງ​ພາ​ສີ​ຫຼື GSPຂອງສະ​ຫະ​ພາບ​ເອີ​ຣົບ​ແລະ​ທ່າ​ແຮງ​ດ້ານ​ລາ​ຄາ​ຖືກ​ຂອງ​ເຂົ້າ​ມຽນ​ມາ, ປະ​ລິ​ມານ​ການ​ສົ່ງ​ອອກ​ເຂົ້າ​​ໄປ​ຂາຍໃຫ້ສະ​ຫະ​ພາບ​ເອີ​ຣົບ​ຂອງ​ມຽນ​ມາ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 1,5 ເທົ່າ. ປະ​ລິ​ມານ​ການ​ສົ່ງ​ອອກ ​ຜ່ານ​ມາ​ມີ​ປະ​ມານ 2 ແສນ​ໂຕນ, ປີ​ນີ້​ເພີ່ມ​ຂຶ້ນ​ເຖິງ 3 ແສນ ຫາ 3 ແສນ 5 ໝື່ນ​ໂຕນ. ຄວາມ​ຫຼຸດ​ໂຕນ​ກັນ​ດ້ານ​ຄຸນ​ນະ​ພາບ​ເຂົ້າ​ມຽນ​ມາ​ກັບ​ເຂົ້າ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ​ກໍ​ນັບ​ມື້​ນັບຫຼຸດ​ໜ້ອຍ​ລົງ, ແຕ່​ລາ​ຄາ​ເຂົ້າ​ມຽນ​ມາ​ຖືກກວ່າ 15ຫາ25 ໂດ​ລາ​ສະ​ຫະ​ລັດ. ຂ່າວ​ລາຍ​ງານ​ວ່າ: ສົກ​ການ​ເງິນ​ປີ 2017-2018, ມຽນ​ມາ​ໄດ້​ສົ່ງ​ອອກ​ເຂົ້າ​ໄປ​ຂາຍ​ໃຫ້ເກືອບ 60 ປະ​ເທດ, ປະ​ລິ​ມານ​ການ​ສົ່ງ​ອອກ​ບັນ​ລຸ​ເຖິງ 3,58 ລ້ານ​ໂຕນ, ມູນ​ຄ່າ​ລວມ​ທັງ​ໝົດ 1,137 ຕື້ໂດ​ລາ​ສະ​ຫະ​ລັດ.