ບໍລິສັດ​ການບິນ​ສຽງ​ເຜິ​ງ ຈະ​ເປີດ​ບໍລິການ​ເສັ້ນທາງ​ການບິນ​ຄຸນ​ມິ​ງ-ຊຽງ​​ໃໝ່
  2018-06-06 17:30:37  cri

​ແຫຼ່ງຂ່າວ​ຈາກ​ບໍລິສັດ​ການບິນ​ສຽງ​ເຜິ​ງ ຫຼື ລາຄີຢຸນນານຈຳກັດ​ໃຫ້​ຮູ້​ໃນ​ວັນ​ທີ 5 ມິຖຸນາ​ນີ້​ວ່າ: ບໍລິສັດ​ຕົນ​ຈະ​ເປີດ​ບໍລິການ​ເສັ້ນທາງ​ການບິນ​ນະຄອນ​ຄຸນ​ມິ​ງ ສປ ຈີນ-​ແຂວງ​ຊຽງ​ໃໝ່​ປະ​ເທດ​ໄທ ນັບ​ແຕ່​ວັນ​ທີ 1 ກໍລະກົດ​ປີ​ນີ້​ເປັນຕົ້ນ​ໄປ ​ເຊິ່ງ​ເປັນ​ເສັ້ນທາງ​ການບິນ​ສູ່​ປະ​ເທດໄທຈຸດ​ທີ 5 ຫຼັງ​ໄດ້​ເປີດ​ບໍລິການ​ເສັ້ນທາງ​ການບິນ​ໄປ​ສູ່​ນະຄອນຫຼວງບາງກອກ, ​ເກາະ​ສະ​ໝຸຍ, ​ແຂວງພູ​ເກັດ ​ແລະ ​ແຂວງ​ກຣະບີ່.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ​ໝາຍເລກຖ້ຽວ​ບິນ​ໄປ​ກັບ​ຄຸນ​ມິ​ງ-ຊຽງ​ໃໝ່​ຂອງ​ບໍລິສັດ​ສຽງ​ເຜິ​ງ ຄື 8L809/10, ຈະ​ເປີດ​ບໍລິ​ການ​ທຸກ​ວັນ​ຈັນ, ວັນ​ພຸດ, ວັນ​ສຸກ ​ແລະ​ວັນ​ອາທິດ, ຕາມ​ຕາຕະລາງ​ການບິນ​ຈະ​ອອກຈາກ​ນະຄອນ​ຄຸນ​ມິ​ງ​​ໃນ​ເວລາ 12:25 ​ໂມງ ​ແລະຮອດ​ຊຽງ​ໃໝ່ໃນ​ເວລາ 13:05 ​ໂມງ; ສ່ວນ​ຂາ​ກັບ​ຈະອອກຈາກ​ຊຽງ​ໃໝ່​ໃນ​ເວລາ 14:05 ​ໂມງ ​ແລະ ຮອດ​ຄຸນ​ມິ​ງໃນ​ເວລາ 16:30 ​ໂມງ ​ແລະ​ເວລາ​ໄປ​ກັບ​ດັ່ງກ່າວ​ເປັນ​ເວລາ​ທ້ອງ​ຖິ່ນ​ໝົດ.