​ກຳ​ປູ​ເຈຍ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງດ້ວຍ​​ເຕັກນິກສູງ
  2018-06-06 16:43:29  cri
ວັນ​ທີ 5 ມິຖຸນາ​ນີ້, ທ່ານ​ສົມ​ເດັດ ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ໃບ​ປະກາດ​ສະ​ນິຍະ​ບັດ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ໜຶ່ງຂອງ​ພະນົມ​ເປັນ ​ແລະ​ກ່າວ​ວ່າ: ລັດຖະບານ​ກຳລັງຕໍ່​ຕ້ານ​ ​ແລະ​ປ້ອງ​ກັນການ​ສໍ້​ລາດ​ບັງ​ຫຼວງ​ດ້ວຍ​ວິທີ​ເຕັກນິກ​ສູງ.
ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ​ເຫດການ​ພະນັກງານເກັບ "ຄ່າ​ທິບ" ຕໍ່​ປະຊາຊົນ​ໃນ​ການ​ເຮັດ​ວຽກ​​ໂດຍ​ຊ້ອງ​ໜ້າ​ໄດ້​ຖືກ​ເປີດ​ເຜີຍ ​ເຊິ່ງ​​ແມ່ນຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ກຳປູ​ເຈຍ.
ທ່ານ​ຮຸນ​ແຊນກ່າວ​ວ່າ: ລັດຖະບານ​ຕົນ​ຈະ​ນຳ​ໃຊ້​ລະບົບ​ເຕັກນິກ​ສູງໃນ​ການ​ຈ່າຍ​ຄ່າ​ພາສີ​ອາກອນ ຫຼື ຈ່າຍ​ຄ່າ​ບໍລິການ​ສາ​ທາ​ລະນະ, ຜ່ານ​ທາງ​ລະບົບ​ທະນາຄານ ຫຼື ວິທີ​ເອ​ເລັກ​ໂຕ​ຣນິກ ​ເພື່ອ​​ໃຫ້​ຝ່າຍ​ບໍລິການ​ສ​າທາ​ລະນະ ​ແລະ​ຝ່າຍ​ຮັບ​ບໍລິການບໍ່​ສາມາດ​ພົບ​ເງິນສົດ, ປ້ອງ​ກັນ​ສະພາບ​ການ​ສໍ້ລາດ​ບາງ​ຫຼວງ​ທີ່​ຕໍ່​ລາ​ຄາ. ຂະນະ​ດຽວ​ກັນ, ກໍ​ປ່ອຍ​ເງິນ​ເດືອນ​ຜ່ານ​ທາ​ງລະບົບ​ທະນາຄານ​ໃຫ້​ພະນັກງານ​ລັດ, ​ທັງ​ຫຼຸດຈຳນວນ​ພະນັກງານ​ທີ່​ບໍ່​ເຮັດ​ວຽກ​ຕົວ​ຈິງ ​ແລະ​ປະຢັດ​ຄ່າ​ໃຊ້ຈ່າຍ​ໃຫ້ຊາດ.