ຫວຽດ​ນາມມອບ​ຜູ້​ຕ້ອງ​ຫາ​​ສອງ​ຄົນ​ໃຫ້ຈີນ
  2018-06-07 15:00:32  cri
ພາຍ​ໃຕ້​ການ​ປະ​ສານ​ງານ​ຂອງ​ຫ້ອງ​ການ​ພົວ​ພັນ​ວຽກ​ງານ​ຕຳຫຼວດ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດ​ນາມ​ໄດ້​ມອບ​ຜູ້​ຕ້ອງ​ຫາ​ ສອງ​ຄົນ​ທີ່​ມີ​ນາ​ມ​ສະ​ກຸນ​ວ່າ ເຊ້ ໃຫ້ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ຢູ່​ແຂວງຮັງ​ຮ​ວາ ປະ​ເທດ​ຫວຽດ​ນາມໃນ​ຕອນ​ບ່າຍ​ວັນ​ທີ 6 ມິ​ຖຸ​ນາ​ນີ້. ​ຜູ້​ຕ້ອງ​ຫາ​ສອງ​ຄົນ​ນີ້​ຖືກ​ສົງ​ໄສ​ວ່າ​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຢູ່​ໃນກຸ່ມ​ແກ້ງ​ຜິດ​ກົດ​ໝາຍ​ແລ້ວ​ໂຕນ​ໜີ​ໄປ​ຫວຽດ​ນາມ​.

ຕາມ​ການ​ສືບ​ສວນ​ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ, ​ໃນ​ໄລ​ຍະ 10 ກວ່າ​ປີ​ຜ່ານ​ມາ,ກຸ່ມ​ແກ້ງ​ກະ​ທຳ​ຜິດ​ກົດ​ໝາຍ​ທີ່​ມີ​ຜູ້​ຕ້ອງ​ຫາ​​ມີ​ນາ​ມ​ສະ​ກຸນ​ເຊ້​ສອງ​ຄົນ​ນີ້​ເປັນ​ຫຼັກ​ແຫຼ່ງ​ນັ້ນ ຖືກ​ສົງ​ໄສວ່າ​ໄດ້​ກະ​ທຳ​ຜິດ​ກົດ​ໝາຍ​ຕ່າງໆ​ຢູ່​ຈີນ​ເປັນ​ຕົ້ນ​ແມ່ນ ທ້າ​ທາຍ​ເກາະ​ຜິດ​ສ້າງ​ຄວາມ​ວຸ້ນ​ວາຍ,ຄ້າ​ຂາຍ​ສິນ​ຄ້າ​ເຖື່ອນ,ທຳ​ລາຍ​ການ​ເລືອກ​ຕັ້ງ,ກັກ​ຂັງ​ຄົນ​ຢ່າງ​ຜິດ​ກົດ​ໝາຍ,ທຳ​ຮ້າຍ​ຮ່າງ​ກາຍ​ຄົນ​ດ້ວຍ​ເຈດ​ຕະ​ນາ​ບໍ່​ດີ​ແລະ​ອື່ນໆ ສົ່ງ​ຜົນ​ເຮັດ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ສອງ​ຄົນ​ເສຍ​ຊີ​ວິດ ແລະ​ສ້າງ​ຜົນ​ເສຍ​ຫາຍ​ຕໍ່​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ຢ່າງຫຼວງຫຼາຍ​.

ຫຼັງ​ກໍ່​ຄະ​ດີ​ແລ້ວ, ຜູ້​ຕ້ອງ​ຫາ​ສອງ​ຄົນ​ນີ້​ໄດ້​​ລັກ​ລອບ​ຂ້າມ​ຊາຍ​ແດນ​ໄປ​ຫວຽດ​ນາມ​ຕາມ​ລຳ​ດັບ​ໃນ​ຕົ້ນ​ປີ 2018 ນີ້. ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ຂໍ້​ມູນ​ແລະ​ການ​ປະ​ສານ​ສົມ​ທົບ​​ກັນຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ, ​ຫວ່າງ​ມໍ່ໆ​ນີ້, ເຈົ້າ​ໜ້າ​ທີ່​​ຕຳຫຼວດຫວຽດ​ນາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັບ​ກຸມ​ສອງ​ຄົນ​ນີ້​ຢູ່​ໂຮງ​ແຮມ​ແຫ່ງ​ໜຶ່ງ​ຂອງ​ເມືອງງາ​​ຈາງ ແຂວງຮັງ​ຮ​ວາ ທັງ​ຍຶດ​​ໄດ້ຂອງ​ກາງ​ສຳ​ຄັນ.