ຫົວ​ເຫວີຍຈະ​ລົງ​ທຶນ 81 ລ້ານ​ໂດ​ລາ​ສະ​ຫະ​ລັດ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສະ​ພາບ​ໃໝ່​ດ້ານ​ດີ​ຈີ​ຕອນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້
  2018-06-07 15:05:55  cri

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ກິດ​ຈະ​ກຳ "ວັນ​ ນະ​ວັດ​ຕະ​ກຳ​ອາ​ຊີ​ປາ​ຊີ​ຟິກ​ຫົວ​ເຫວີຍ"​ຄັ້ງ​ທີ 4 ທີ່​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໄທ​ແລະ​ບໍ​ລິ​ສັດ​ຫົວ​ເຫວີຍ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້. ບໍ​ລິ​ສັດ​ຫົວ​ເຫວີຍ​ໄດ້​ປະ​ກາດ​ໃນ​ກິດ​ຈະ​ກຳ​ນີ້​ວ່າ: ໃນ 3 ປີ​ຕໍ່​ໜ້າ, ຫົວ​ເຫວີຍ​ຈະ​ລົງ​ທຶນ 81 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສ້າງ​ສະ​ພາບແວດ​ລ້ອມ​ໃໝ່​ດ້ານ​ດີ​ຈີ​ຕ​ອນ.

ທ່ານ​ອູ​ເຫວີຍ​​ທ່າວ ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ງານ​ຫົວ​ເຫວີຍ​ປະ​ຈຳ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃຫ້​ຮູ້​ວ່າ: ເງິນ​ທຶນ​ກ້ອນ​ນີ້​ຈະ​ໃຊ້​ໃນ​ການ​ເປີດ​ຫ້ອງ​ທົດ​ລອງ,ໂຄງ​ການ​ຜູ້​ພັດ​ທະ​ນາຄ​ລາວ, ການ​ ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ເຕັກນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ. ຂະ​ນະ​ດຽວ​ກັນ, ຫົວ​ເຫວີຍ​ຈະ​ຖ່າຍ​ທອດ​ບົດ​ຮຽນ​ດ້ານ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ​ໃນ​ໄລ​ຍະ 30 ປີ​ຜ່ານ​ມາ​ນັ້ນ​ໃຫ້​ຄູ່​ຮ່ວມ​ມື​ເພື່ອ​ຊ່ວຍ​ຂະ​ແໜງ​ການ​ດັ່ງ​ກ່າວ​​ໃຫ້​ເຕີບ​ໂຕ​ຮ່ວມ​ກັນ.

ມື້​ດຽວ​ກັນ, ອົງ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​ໄທ, ອົງ​ການ​ປະ​ດິດ​ສ້າງ​ແຫ່ງ​ຊາດ​ໄທແລະ​ບໍ​ລິ​ສັດ​ຫົວ​ເຫວີຍ​ປະ​ຈຳ​ໄທ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ສູ່​ຕະຫຼາດໂລກ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ປະ​ດິດ​ສ້າງ.